ທ່ານຟ້າມບີ່ງມີງຮອງນາຍົກລັດຖະມົນຕີຕ້ອນຮັບຮອງປະທານທະນາຄານໂລກ

ທ່ານຟ້າມບີ່ງມີງຮອງນາຍົກລັດຖະມົນຕີຕ້ອນຮັບຮອງປະທານທະນາຄານໂລກ - ảnh 1
ທ່ານຟ້າມບີ່ງມີງ, ຮອງນາຍົກລັດຖະມົນຕີ
ຕ້ອນຮັບຮອງປະທານທະນາຄານໂລກ
(ພາບ: TTXVN)

(vovworld) - ທີ່​ການຕ້ອນຮັບທ່ານນາງ ຮອງ​ປະທານ​ທະນາຄາ​ມ​ໂລກ​ຕອນບ່າຍ​ວັນ​ທີ 28/7, ຢູ່​ສຳນັກງານ​ລັດຖະບານ, ທ່ານ ຟ້າ​ມບີ່​ງມີ​ງ ຮອງ​ນາຍົກ​ລັດຖະມົນຕີ, ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ສະ​ເໜີ ​ໃນຖານະ​ຕຳ​ແໜ່ງ​ແມ່ນຮອງ​ປະທານ​ທະນາຄາ​ນ​ໂລກ, ທ່ານນາງ Victoria Kwa Kwa ຈະ​ສະໜັບສະໜູນ ​ແລະ ພິຈາລະນາ​ຢ່າງ​ຕັ້ງໜ້າ, ສືບຕໍ່​ເກ້​ຍກ່ອມ ​ແລະ​ສົມທົບ​ກັບ​ບັນດາຜູ້​ຖື​ຫຸ້ນຂອງ​ທະນາຄາ​ນ​ໂລກ​ເພື່ອ​ໃຫ້​ຫວຽດນາມ​ມີສຳ​ເລັດ​ຂັ້ນ​ຕອນ IDA (​​ເຊິ່ງ​ແມ່ນແຫຼ່ງທຶນກູ້ຢືມພິເສດຂອງສະຫະ​ສະມາຄົມ​ພັດທະ​ນາສາກົນຂຶ້ນກັບທະນາຄາ​ນໂລກ) ​ຢ່າງເໝາະສົມ ​ແລະ ປະສົບຜົນສຳ​ເລັດ, ຕາມ​ນັ້ນ​ແລ້ວ​ສືບຕໍ່​ ໄດ້ສຳ​ຜັດກັບ​ແຫຼ່ງທຶນ IDA ບຸລິມະ​ສິດຫຼັງ​ໄລຍະ IDA 17. ທະນາຄາ​ນ​ໂລກ​ສືບຕໍ່ເສີມ​ຂະຫຍາຍ​ບົດບາດ​ໃນ​ການປະສານ​ງານ, ຮຽກຮ້ອງ​ບັນດາແຫຼ່ງທຶນໜູນຊ່ວຍຕື່ມ​ອີກ ​ເພື່ອ​ແນ​​ໃສ່​ຊ່ວຍ​ຫວຽດນາມ​ແກ້​ໄຂ​ບັນດາ​ຂໍ້ຫຍຸ້ງຍາກ, ສິ່ງທ້າ​ທາຍ​ໃນ​ເສັ້ນທາງ​​ແຫ່ງການພັດທະນາ.

        ສ່ວນ ທ່ານນາງ Victoria Kwa Kwa ​ໃຫ້​ຄຳໝັ້ນສັນຍາວ່າ ຈະ​ສືບຕໍ່ພັດທະນາ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ​ແລະ ທະນາຄາ​ນໂລກ.

ຂ່າວ/ບົດ​ອື່ນ