ທ່ານຫວູ໋ວັນ​ນິງເຂົ້າຮ່ວມ​ກອງ​ປະຊຸມ ​ສົ່ງ​ເສີມ​ການ​ລົງທຶນ​ຢູ່​​ແຂວງນິງບິ່ງ

ທ່ານຫວູ໋ວັນ​ນິງເຂົ້າຮ່ວມ​ກອງ​ປະຊຸມ ​ສົ່ງ​ເສີມ​ການ​ລົງທຶນ​ຢູ່​​ແຂວງນິງບິ່ງ - ảnh 1

ທ່ານຮອງ​ນາຍົກລັດຖະມົນຕີຫວູ໋ວັນ​ນິງ

(ພາບ:vnexpress.net)

(VOV)-  ວັນ​ທີ 30/11, ຢູ່​​ແຂວງ​ນິງບິ່ງ, ​ໄດ້​ຈັດ​ກອງ​ປະຊຸມ​ສົ່ງ​ເສີມ​ການ​ລົງທຶນ​​ເຂດ​ທົ່ງພຽງ​ແຕ່​ນ້ຳ​ແດງ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານຮອງ​ນາຍົກລັດຖະມົນຕີ ຫວູ໋ວັນ​ນິງ ​ໄດ້​ຮັບ​ຮູ້ ​ແລະ ຍ້ອງຍໍ​ຊົມ​ເຊີຍ​ຄວາມ​ມານະ​ພະຍາຍາມ​ຂອງ​ຄະນະ​ພັກ, ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ​ແຂວງ​ນິງບິ່ງ ​ຊື່​ງໄດ້​ພະຍາຍາມ​ຮັກສາ​ລະດັບ​ການ​ເຕີບ​ໂຕ​ດ້ານ​ເສດຖະກິດ​ຢູ່​ໃນ​ລະດັບ​ດີ, ຄາດ​ວ່າ​ປີ 2012 ບັນລຸ​ກ່ວາ 10%, ຫລຸດຜ່ອນ​ອັດ​ຕາ​ຄອບຄົວ​ທຸກ​ຍາກ​ລົງ​ຕ່ຳ​ກ່ວາ 9%. ທ່ານຮອງ​ນາຍົກລັດຖະມົນຕີ ຫວູ໋ວັນ​ນິງ ສະ​ເໜີ​ວ່າ, ​ໃນ​ໄລຍະ​ຈະ​ມາ​ເຖິງ, ​ແຂວງ​ນິງບິ່ງ ຈະ​ສືບ​ຕໍ່​ເສີມ​ຂະຫຍາຍ​ລັກສະນະ​ຕັ້ງໜ້າ, ​ເປັນ​ເຈົ້າການ​ສົມທົບ​ກັບ​ບັນດາ​ກະຊວງ,​ຄະນະ, ຂະ​ແໜງ​ການ​ສູນ​ກາງ, ທ້ອງຖິ່ນ​​ໃນ​ເຂດ​ຢ່າງ​ແໜ້ນ​ແຟ້ນ ​ເພື່ອ​ກວດກາ​ການວາງ​ແຜນຜັງ, ດຶງ​ດູດ​ເງິນ​ລົງທຶນ​ເຂົ້າ​ໃນ​ບາງ​ໂຄງການ​ເສດຖະກິດ​ສູງ​ເພື່ອ​ສ້າງ​ບາດກ້າວ​ບຸກທະລຸ, ສູ້​ຊົນ​ຮອດ​ປີ 2015 ຈະ​ນຳ​ຂະ​ແໜງ​ທ່ອງ​ທ່ຽວ​ກາຍ​ເປັນ​ຂະ​ແໜງ​ເສດຖະກິດ​ປາຍ​ແຫຼມ​ມີ​ລັກສະນະ​ຍືນ​ຍົງ. ພ້ອມ​ກັນນັ້ນ, ທ້ອງ​ຖິ່ນ​ມີ​ບັນດາ​ກົນ​ໄກ, ນະ​ໂຍບາຍ​ເໝາະ​ສົມ​ເພື່ອ​ດຶງ​ດູດ​ທຸກ​ແຫຼ່ງກຳລັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ​ພັດທະນາ​ພື້ນຖານ​ໂຄງ​ລ່າງ​ທັນ​ສະ​ໄໝ, ​ເປີດ​ກ້ວາງ​ເສັ້ນທາງຄົມມະນາຄົມ, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ເຂດ​ຊົນນະບົດ, ປະກອບສ່ວນ​ກໍ່ສ້າງ​ຊົນນະບົດ​ໃໝ່.

 

ຂ່າວ/ບົດ​ອື່ນ