ທ່ານອວງຈູລືວ,ຮອງປະທານສະພາແຫ່ງຊາດຫວຽດນາມຢ້ຽມຢາມສະພາຕ່ຳແລະສະພາສູງຍີ່ປຸ່ນ

(VOVWORLD) -ໃນຂອບເຂດການຢ້ຽມຢາມຍີ່ປຸ່ນ, ຕອນບ່າຍວັນທີ 4 ກໍລະກົດ, ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ອວງຈູລືວ ໄດ້ມີການພົບປະກັບປະທານສະພາຕ່ຳ ຍີ່ປຸ່ນ Tadamori Oshima, ເຈລະຈາກັບ ທ່ານຮອງປະທານສະພາສູງ ຍີ່ປຸ່ນ  Gunji Akira ແລະ ຢ້ຽມຢາມສະພາຕ່ຳ, ສະພາສູງ ຍີ່ປຸ່ນ. 
ທ່ານອວງຈູລືວ,ຮອງປະທານສະພາແຫ່ງຊາດຫວຽດນາມຢ້ຽມຢາມສະພາຕ່ຳແລະສະພາສູງຍີ່ປຸ່ນ - ảnh 1 ທ່ານທ່ານຮອງປະທານສະພາແຫ່ງຊາດ ອວງຈູລືວ ພົບປະກັບປະທານສະພາຕ່ຳ ຍີ່ປຸ່ນ Tadamori Oshima

ທີ່ການພົບປະກັບປະທານສະພາຕ່ຳ ຍີ່ປຸ່ນ Tadamori Oshima, ທ່ານຮອງປະທານສະພາແຫ່ງຊາດ ອວງຈູລືວ ຕີລາຄາສູງການຢ້ຽມຢາມຫວຽດນາມ ຂອງທ່ານປະທານສະພາຕ່ຳ ຍີ່ປຸ່ນ Tadamori Oshima ໃນເດືອນ 5 ຜ່ານມາ. ການຢ້ຽມຢາມ ສວມບົດບາດສຳຄັນໃນການປະກອບສ່ວນສ້າງການພົວພັນຍຸດທະສາດເລິກເຊິ່ງກວ້າງຂວາງລະຫວ່າງຫວຽດນາມ ແລະ ຍີ່ປຸ່ນ. ທ່ານປະທານສະພາຕ່ຳ ຍີ່ປຸ່ນ ປາດຖະຫນາຢາກນ້ຳໃຈມິດຕະພາບສອງປະເທດ ເວົ້າລວມ ແລະ ການພົວພັນລະຫວ່າງສະພາແຫ່ງຊາດ ຫວຽດນາມ ແລະ ສະພາຕ່ຳ ຍີ່ປຸ່ນ ຈະພັດທະນາກວ່າອີກ.

ທີ່ການເຈລະຈາກັບທ່ານຮອງປະທານສະພາສູງ ຍີ່ປຸ່ນ, ທ່ານຮອງປະທານສະພາແຫ່ງຊາດ ອວງຈູລືວ ສະແດງຄວາມປະຕິຊົມຊື່ນຕໍ່ການພົວພັນອັນດີງາມລະຫວ່າງສອງປະເທດພວມພັດທະນາອັນດີງາມ. ສ່ວນທ່ານຮອງປະທານສະພາສູງ ຍີ່ປຸ່ນ Gunji Akira ປາດຖະຫນາດຢາກໃຫ້ສະພາແຫ່ງຊາດຫວຽດນາມ, ສະພາສູງ ຍີ່ປຸ່ນ, ສະມາຊິກລັດຖະສະພາສອງປະເທດ ເພີ່ມທະວີການເຄື່ອນໄຫວພົວພັນແລກປ່ຽນມຸ່ງໄປເຖິງການສະເຫລີມສະຫລອງ 45 ປີແຫ່ງວັນສ້າງການພົວພັນທາງການທູດ ຫວຽດນາມ - ຍີ່ປຸ່ນ ຊື່ງຈະຖືກຈັດຂຶ້ນໃນປີ 2018.

ຕອບກັບ

ຂ່າວ/ບົດ​ອື່ນ