ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ດຶກ​ດາມ ​ໃຫ້​ການ​ຕ້ອນ​ຮັບ​ທ່ານ ເລ​ຂາ​ທິ​ການ​ໃຫຍ່​ ສະມາຄົມສະ​ຫວັດ​ດີ​ການ​ສັງ​ຄົມ​ສາ​ກົນ

(VOVWORLD) -ຕອນເຊົ້າວັນທີ 20 ກຸມພາ, ຢູ່ສຳນັກງານລັດຖະບານ, ທ່ານ ຫວູດຶກດາມ ຮອງນາຍົກລັດຖະມົນຕີຫວຽດນາມໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນ ສະມາຄົມສະຫວັດດີການສັງຄົມສາກົນ (ISSA) ໂດຍທ່ານ Marcelo Abi-Ramia Caetano ເລຂາທິການໃຫຍ່ ສະມາຄົມດັ່ງກ່າວ, ເປັນຫົວໜ້າຄະນະຜູ້ແທນ, ທີ່ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ດຶກ​ດາມ ​ໃຫ້​ການ​ຕ້ອນ​ຮັບ​ທ່ານ ເລ​ຂາ​ທິ​ການ​ໃຫຍ່​ ສະມາຄົມສະ​ຫວັດ​ດີ​ການ​ສັງ​ຄົມ​ສາ​ກົນ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໃຫ້ການຕ້ອນຮັບທ່ານ ເລຂາທິການໃຫຍ່ ສະມາຄົມປະກັນຊີວິດສັງຄົມສາກົນ  (ພາບ: VGP)

ທ່ານຮອງນາຍົກລັດຖະມົນຕີມີຄວາມປາດຖະໜາວ່າ, ໃນໄລຍະຈະມາເຖິງ, ສະມາຄົມສະຫວັດດີການສັງຄົມສາກົນ ແລະ ອົງການປະກັນໄພສັງຄົມ ຫວຽດນາມ ພ້ອມກັບບັນດາອົງການທີ່ກ່ຽວຂ້ອງຂອງ ຫວຽດນາມ ຈະຍູ້ແຮງການຮ່ວມມືໃນບັນດາຂົງເຂດຄື ໜູນຊ່ວຍດ້ານເຕັກນິກ, ບຳລຸງສ້າງພະນັກງານ, ຖ່າຍທອດເຕັກໂນໂລຢີ, ຮ່ວມມື, ແບ່ງປັນບົດຮຽນ, ປະສົບການລະຫວ່າງບັນດາປະເທດ, ພ້ອມທັງຍູ້ແຮງການຮ່ວມມືສາກົນ ໃນປະຊາຄົມ ອາຊຽນ.

        ສ່ວນທ່ານ Marcelo Abi-Ramia Caetano ໄດ້ຕີລາຄາສູງ ຕໍ່ເລື່ອງ ຫວຽດນາມ ປະຕິບັດບັນດາບັນຫາປະກັນຊີວິດສັງຄົມ. ທ່ານ Marcelo Abi-Ramia Caetano ຫວັງວ່າ ໃນໄລຍະຈະມາເຖິງ, ສະມາຄົມສະຫວັດດີການສັງຄົມສາກົນ ແລະ ຫວຽດນາມ ຈະເພີ່ມທະວີການຮ່ວມມືຢ່າງມີປະສິດທິຜົນ, ປະຕິບັດສຳເລັດເປົ້າໝາຍຮັບປະກັນຊີວິດສັງຄົມຢູ່ຫວຽດນາມ, ປະກອບສ່ວນຍົກສູງທີ່ຕັ້ງ, ພາບພົດຂອງ ຫວຽດນາມໃນວິວັດທະນາການເຊື່ອມໂຍງເຂົ້າກັບສາກົນກ່ຽວກັບສະຫວັດດີການສັງຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ