ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈິ່ນ​ຮົ່ງ​ຮ່າ: ສ້​າງ​ເງື່ອນ​ໄຂ​ສະ​ດວກ​ແກ່​ການ​ຜັນ​ຂະ​ຫຍາຍໂຄງກ​ານ​ພະ​ລ​ັງ​ງານ​ທົດ​ແທນ, ພະ​ລັງ​ງານ​ສະ​ອາດ

(VOVWORLD) - ບັນດາວິສາຫະກິດພະລັງງານຂອງ ຍີ່ປຸ່ນ ແລະ ຫວຽດນາມ ຈະຮ່ວມມືກັນຢ່າງແໜ້ນແຟ້ນ ໃນການຜັນຂະຫຍາຍບັນດາໂຄງການພະລັງງານສະອາດ, ພະລັງງານທົດແທນ “ຖ່າຍທອດເຕັກໂນໂລຢີ ເພື່ອພ້ອມກັນພັດທະນາ ແລະ ແບ່ງປັນຜົນປະໂຫຍດ
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈິ່ນ​ຮົ່ງ​ຮ່າ: ສ້​າງ​ເງື່ອນ​ໄຂ​ສະ​ດວກ​ແກ່​ການ​ຜັນ​ຂະ​ຫຍາຍໂຄງກ​ານ​ພະ​ລ​ັງ​ງານ​ທົດ​ແທນ, ພະ​ລັງ​ງານ​ສະ​ອາດ - ảnh 1ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ຕ້ອນຮັບທ່ານ Steven Winn, ຜູ້ອຳນວຍການຍຸດທະສາດຮອບດ້ານທັງເປັນຜູ້ອຳນວຍການຝ່າຍບໍລິຫານຂັ້ນສູງຂອງກຸ່ມບໍລິສັດພະລັງງານ JERA (ພາບ: VOV)

 ຕອນເຊົ້າວັນທີ 27 ກໍລະກົດ, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ໄດ້ຕ້ອນຮັບທ່ານ Steven Winn, ຜູ້ອຳນວຍການຍຸດທະສາດຮອບດ້ານທັງເປັນຜູ້ອຳນວຍການຝ່າຍບໍລິຫານຂັ້ນສູງຂອງກຸ່ມບໍລິສັດພະລັງງານ JERA (ຍີ່ປຸ່ນ). ທ່ານຮອງນາຍົກລັດຖະມົນຕີ ປາດຖະໜາວ່າ ບັນດາວິສາຫະກິດພະລັງງານຂອງ ຍີ່ປຸ່ນ ແລະ ຫວຽດນາມ ຈະຮ່ວມມືກັນຢ່າງແໜ້ນແຟ້ນ ໃນການຜັນຂະຫຍາຍບັນດາໂຄງການພະລັງງານສະອາດ, ພະລັງງານທົດແທນ “ຖ່າຍທອດເຕັກໂນໂລຢີ ເພື່ອພ້ອມກັນພັດທະນາ ແລະ ແບ່ງປັນຜົນປະໂຫຍດ”.

        ສ່ວນທ່ານ Steven Winn ໃຫ້ຮູ້ວ່າ JERA ພວມຊອກຫາໂອກາດລົງທຶນຢູ່ ຫວຽດນາມ ໃນຂົງເຂດໄຟຟ້າອາຍແກັດທຳມະຊາດເຫຼວ, ໄຟຟ້າແຮງລົມຢູ່ນອກຝັ່ງທະເລ ດ້ວຍເຕັກໂນໂລຢີກ້າວໜ້າທີ່ສຸດ. JERA ກໍປາດຖະໜາຢາກເຂົ້າຮ່ວມວິວັດການຫັນປ່ຽນໂຮງງານໄຟຟ້າຄວາມຮອດ ມາເປັນໄຟຟ້າອາຍແກັດທຳມະຊາດເຫຼວທີ່ປະສົມກັບເຊື້ອເພີງໃໝ່ຢູ່ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ