ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຄ໊າຍ: ຫວຽດ​ນາມ ເພີ​່ມ​ທະ​ວີ​ຄວາມ​ສາ​ມາດ​ພາຍ​ໃນ ເພື່ອ​ພັດ​ທະ​ນາ​ເສດ​ຖະ​ກິດ

(VOVWORLD) - ທ່ານຮອງນາຍົກລັດຖະມົນຕີ ພ້ອມກັບສະມາຊິກຄະນະຜູ້ແທນ ຫວຽດນາມ ໄດ້ແບ່ງປັນທັດສະນະ, ວິໄສທັດ, ການກຳນົດທິດພັດທະນາຂອງ ຫວຽດນາມ, ແລກປ່ຽນຢ່າງກົງໄປກົງມາ ແລະ ເປີດເຜີຍ ກ່ຽວກັບບັນດາຄວາມຫຍຸ້ງຍາກ, ສິ່ງທ້າທາຍ ເຊິ່ງ ຫວຽດນາມ ພວມຕ້ອງປະເຊີນໜ້າໃນການພັດທະນາເສດຖະກິດ.
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຄ໊າຍ: ຫວຽດ​ນາມ ເພີ​່ມ​ທະ​ວີ​ຄວາມ​ສາ​ມາດ​ພາຍ​ໃນ ເພື່ອ​ພັດ​ທະ​ນາ​ເສດ​ຖະ​ກິດ - ảnh 1ບັນດາຜູ້ແທນເຂົ້າຮ່ວມ ກອງປະຊຸມ (ພາບ: VOV)

ວັນທີ 3 ເມສາ, ກ່າວຄຳເຫັນທີ່ພິທີອັດລາຍການການນຳຂັ້ນສູງ 2024 ຢູ່ ມະຫາວິທະຍາໄລ Harvard, ອາເມລິກາ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລມິງຄ໊າຍ ໄດ້ຢັ້ງຢືນວ່າ ໂຄງການການນຳຂັ້ນສູງຄັ້ງທີ 9 ໄດ້ປະສົບຜົນສຳເລັດ ດ້ວຍ 10 ຫົວເລື່ອງທີ່ແທດຈິງທີ່ສຸດ ແລະ ມີປະສິດທິຜົນສຳລັບບັນດາກະຊວງ, ອົງການ, ທ້ອງຖິ່ນ, ວິສາຫະກິດ ຂອງ ຫວຽດນາມ. ທ່ານຮອງນາຍົກລັດຖະມົນຕີ ເນັ້ນໜັກວ່າ ການເພີ່ມທະວີຄວາມສາມາດພາຍໃນປະເທດ, ກຳລັງແຮງໃນການຮັບມື, ຄຸ້ມຄອງຄວາມສ່ຽງ ຂອງພື້ນຖານເສດຖະກິດ ແມ່ນຄວາມຮຽກຮ້ອງຕ້ອງການທີ່ຈະ ຕ້ອງເປັນໄປ ແລະ ມີຄວາມຈຳເປັນທີ່ສຸດສຳລັບ ເສດຖະກິດ ຫວຽດນາມ ຕໍ່ໜ້າບັນດາການຜັນແປໂດຍໄວ, ສັບສົນ ແລະ ຍາກທີ່ຈະຄາດຄະເນລ່ວງໜ້າໄດ້ ຂອງສະພາບການໂລກ; ສ້າງນະໂຍບາຍ, ຍຸດທະສາດແຫ່ງຊາດ ເພື່ອຊຸກຍູ້ບັນດາກຳລັງໜູນໃນການເຕີບໂຕໃໝ່, ກໍ່ຄືປະກອບສ່ວນຊຸກຍູ້ການຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ເພື່ອສັນຕິພາບ, ການຮ່ວມມື ແລະ ການພັດທະນາແບບຍືນຍົງ ລະຫວ່າງ ຫວຽດນາມ ແລະ ອາເມລິກາ.

ທີ່ກອງປະຊຸມຕ່າງໆ, ທ່ານຮອງນາຍົກລັດຖະມົນຕີ ພ້ອມກັບສະມາຊິກຄະນະຜູ້ແທນ ຫວຽດນາມ ໄດ້ແບ່ງປັນທັດສະນະ, ວິໄສທັດ, ການກຳນົດທິດພັດທະນາຂອງ ຫວຽດນາມ, ແລກປ່ຽນຢ່າງກົງໄປກົງມາ ແລະ ເປີດເຜີຍ ກ່ຽວກັບບັນດາຄວາມຫຍຸ້ງຍາກ, ສິ່ງທ້າທາຍ ເຊິ່ງ ຫວຽດນາມ ພວມຕ້ອງປະເຊີນໜ້າໃນການພັດທະນາເສດຖະກິດ ແລະ ເນັ້ນໜັກເຖິງ ຄວາມໝາຍຂອງການຊຸກຍູ້ການຮ່ວມມືສາກົນ, ຍາດແຍ່ງທຸກແຫຼ່ງກຳລັງພາຍນອກ ທີ່ສວມບົດບາດສຳຄັນ, ບຸກທະລຸ, ໃນຂະນະທີ່ການປັບປຸງແຫຼ່ງກຳລັງພາຍນອກແມ່ນພື້ນຖານ ມີບົດບາດຕັດສິນຊີ້ຂາດ.

ຕອບກັບ

ຂ່າວ/ບົດ​ອື່ນ