ທ່ານຮອງນາຍົກລັດຖະມົນຕີຝ້າມບີງມິນ ເຄື່ອນໄຫວຢ້ຽມຢາມອາເມລິກາ

    ທ່ານຮອງນາຍົກລັດຖະມົນຕີຝ້າມບີງມິນ ເຄື່ອນໄຫວຢ້ຽມຢາມອາເມລິກາ - ảnh 1
ທ່ານ​ລັດຖະມົນຕີ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ John Kerry ແລະ ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງ​ປະ​ເທດ​ ຫວຽດນາມ ຝ້າ​ມບີ​ງມິນ

(vovworld)- ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຈາກ​ທ່ານ​ລັດຖະມົນຕີ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ John Kerry , ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງ​ປະ​ເທດ​ ຫວຽດນາມ ຝ້າ​ມບີ​ງມິນ ​ໄດ້​ທຳ​ການ​ຢ້ຽມຢາມ​ອາ​ເມ​ລິ​ກາ​ຢ່າງ​ດປັນ​ທາງ​ການ​ແຕ່​ວັນ​ທີ 1-2/10/2014.

    ວັນ​ທີ 2/10, ທີ່​ການ​ເຈ​ລະ​ຈາລະຫວ່າງ ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງ​ປະ​ເທດ​ ຫວຽດນາມ ຝ້າ​ມບີ​ງມິນ ​ແລະ ທ່ານ​ລັດຖະມົນຕີ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ John Kerry, ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງ​ປະ​ເທດ​ ຫວຽດນາມ ຝ້າ​ມບີ​ງມິນຢືນຢັນ​ວ່າ ຫວຽດ​ນາມ​ຖື​ເປັນ​ສຳຄັນ​ການ​ພົວພັນ​ກັບ​ອາ​ເມ​ລິ​ກາ, ຫວັງ​ຊຸກຍູ້​ການ​ຮ່ວມ​ມື​ຫຼາຍ​ດ້ານ​ລະຫວ່າງ 2 ປະ​ເທດ​ໃຫ້​ດີ​ຍິ່ງໆ​ຂຶ້ນ; ສະ​ເໜີ​ໃຫ້​ອາ​ເມ​ລິ​ກາ​ຈົ່ງ​ມີ​ໄຫວ​ພິກ​ກັບ​ຫວຽດນາມ​ໃນ​ການ​ເຈລະຈາ​ສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຝິກ (TPP) ​ແລະ ໜູນ​ຊ່ວຍ​ດ້ານ​ວິຊາ​ການ​ໃຫ້​ແກ່​ຫວຽດນາມ​ໃນ​ວິວັດ​ການ​ເຈລະຈາ ​ແລະ ປະຕິບັດ​ສັນຍາ, ຮັບ​ຮູ້​ຫວຽດນາມ​ມີ​ພື້ນຖານ​ເສດຖະກິດ​ຕະຫຼາດ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ດ້ານ​ວິທະຍາສາດ-​ເຕັກ​ໂນ​ໂລ​ຢີ, ສຶກສາ-ບຳລຸງ​ສ້າງ​ກັບ​ຫວຽດນາມ, ສືບ​ຕໍ່ໜູນ​ຊ່ວຍ​ຫວຽດນາມ​ແກ້​ໄຂ​ຜົນ​ຮ້າຍ​ຢ່ອນ​ຫຼັງ​ຈາກ​ສົງຄາມ.

   ສ່ວນ ທ່ານ​ລັດຖະມົນຕີ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ John Kerryຢືນຢັນ​ວ່າ ອາ​ເມ​ລິ​ກາ​ຖື​ເປັນ​ສຳຄັນ​ບົດບາດ​ຂອງ​ຫວຽດນາມ​ໃນ​ພາກ​ພື້ນ; ຫວັງ​ສືບ​ຕໍ່​ຊຸກຍູ້​ການ​ຮ່ວມ​ມື​ກັບ​ຫວຽດນາມ​​ໃນ​ທຸກ​ຂົງ​ເຂດ, ​ໃຫ້​ຄຳ​ໝັນ​ໝາຍສືບ​ຕໍ່ໜູນ​ຊ່ວຍ​ຫວຽດນາມ​ແກ້​ໄຂ​ຜົນ​ຮ້າຍ​ຢ່ອນ​ຫຼັງ​ຈາກ​ສົງຄາມ...

    2 ຝ່າຍ​ຍັງ​ແລກປ່ຽນ​ກ່ຽວ​ກັບ​ບັນຫາ​ໃນ​ພາກ​ພື້ນ ​ແລະ ສາກົນ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ, ​ໃນ​ນັ້ນ, ​ມີ​ສະພາບ​ການ​ຢູ່​ຕາ​ເວັນ​ອອກ, ​ແລະ ຖື​ວ່າບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ​ຄວນ​ປະຕິບັດ​ຖະ​ແຫຼ​ງການ DOC ຢ່າງ​ເຂັ້ມ​ງວດ, ​ແກ້​ໄຂ​ການ​ພິພາດ​ດ້ວຍ​ມາດ​ຕະການ​ສັນ​ຕິ​ພາບ​ບົນ​ພື້ນຖານ​ເຄົາລົບ​ກົດ​ໝາຍ​ສາກົນ ​ແລະ ສົນ​ທິສັນຍາ​ກ່ຽວ​ກັບ​ກົດໝາຍ​ທະ​ເລ​ປີ 1982 .

ຂ່າວ/ບົດ​ອື່ນ