ທ່ານຮອງນາຍົກລັດຖະມົນຕີລາວ ເດີນທາງໄປຮ່ວມບັນດາກອງປະຊຸມລະດັບລັດຖະມົນຕີການຕ່າງປະເທດອາຊຽນ

ທ່ານຮອງນາຍົກລັດຖະມົນຕີລາວ ເດີນທາງໄປຮ່ວມບັນດາກອງປະຊຸມລະດັບລັດຖະມົນຕີການຕ່າງປະເທດອາຊຽນ - ảnh 1
ບັນດາຜູ້ແທນເຂົາຮ່ວມກອປະຊຸມ
(ພາບ: vietnamplus.vn)

ໃນ​ວັນ​ທີ 10 ​ເມສາ 2013 ນີ້, ພະນະ​ທ່ານ ທອງ​ລຸນ ສີ​ສຸ​ລິດ ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ ໄດ້​ນຳພາ​ຄະນະ​ຜູ້​ແທນ ສປປ.ລາວ ອອກ​ເດີນທາງ​​ໄປ​ຮ່ວມ​ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ຊຽນ ​ແລະ ກອງ​ປະຊຸມ​ຄັ້ງ​ທີ 9 ຂ​ອງສະພາ​ປະຊາ​ຄົມ​ການ​ເມືອງ-ຄວາມ​ໝັ້ນຄົງ​ອາ​ຊຽນ ​ແລະ ກອງ​ປະຊຸມ​ຄັ້ງ​ທີ 12 ຂອງ​ສະພາ​ປະສານ​ງານ​ອາຊຽນ ຊຶ່ງ​ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 10-11 ​ເມສາ 2013 ນີ້, ທີ່ ບຣູ​ໄນ ດາຣູຊາ​ລາມ. ກອງ​ປະຊຸມ​ລັດຖະມົນຕີ​ຕ່າງປະ​ເທດອາ​ຊຽນຄັ້ງ​ນີ້, ຈະ​ໄດ້​ທົບທວນຄືນ​ຄວາມ​ຄືບ​ໜ້າ​ໃນ​ການຈັດ​ຕັ້ງ​ປະຕິບັດ​ຜົນ​ຂອງ​ກອງ​ປະຊຸມ​ ສຸດ​ຍອດ​ອາ​ຊຽນຄັ້ງ​ທີ 21 ຜ່ານ​ມາ, ພິຈາລະນາ​ການສະ​ເໜີ​ຂອງ​ບາງ​ປະ​ເທດ​ນອກ​ພາກ​ພື້ນ​ອາ​ຊຽນ ​ເພື່ອ​ເຂົ້າ​ເປັນ​ພາຄີ​ຂອງ​ສົນທິ​ສັນຍາ​ໄມຕີ​ຈິດ ​ແລະ ການ​ຮ່ວມ​ມື​ໃນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້. ພ້ອມດຽວ​ກັນ​ນີ້, ບັນດາ​ລັດຖະມົນຕີ​ຕ່າງປະ​ເທດ​ອາ​ຊຽນ ຍັງ​ໄດ້​ແລກປ່ຽນ​ຄຳ​ຄິດ​ຄຳ​ເຫັນ​ກ່ຽວ​ກັບ​ສະພາບ​ການ​ພາກ​ພື້ນ ​ແລະ ສາກົນ​ທີ່​ພົ້ນ​ເດັ່ນ​ທີ່​ມີ​ຄວາມ​ສົນ​ໃຈ​ຮ່ວມ​ກັນ. ກອງ​ປະຊຸມ ຄັ້ງ​ທີ 9 ຂອງ​ສະພາ​ປະຊາ​ຄົມ​ການ​ເມືອງ-ຄວາມ​ໝັ້ນຄົງ ຈະ​ໄດ້​ທົບ​ທວນຄືນ​ຄວາມ​ຄືບ​ໜ້າ​ໃນ​ການຈັດ​ຕັ​້ງປະຕິບັດ​ແຜນ​ແມ່​ບົດ​ປະຊາ​ ຄົມ​ການ​ເມືອງ-ຄວາມ​ໝັ້ນຄົງ​ອາ​ຊຽນ ​ແລະ ວາງ​ແຜນການຮ່ວມ​ມື​ໃນ​ອານາ​ຄົດ.
ຂ່າວ/ບົດ​ອື່ນ