ທ່ານຮອງນາຍົກລັດຖະມົນຕີຫງວຽນທ້ຽນເຍີນຕີລາຄາສູງການຮ່ວມມືການສຶກສາລະຫວ່າງຫວຽດນາມແລະອົດຕາລິດ

ທ່ານຮອງນາຍົກລັດຖະມົນຕີຫງວຽນທ້ຽນເຍີນຕີລາຄາສູງການຮ່ວມມືການສຶກສາລະຫວ່າງຫວຽດນາມແລະອົດຕາລິດ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີຫງວຽນ​ທ້ຽນ​ເຍີນ ຕ້ອນຮັບ
ສາດສະດາຈານ Heinz Boyer
ພາບ:TTXVN


(vovworld)-  ວັນ​ທີ 12/4, ທີ່​ການ​ຕ້ອນຮັບ​ສາດສະດາຈານ Heinz Boyer ຢູ່​ມະຫາວິທະຍາ​ໄລ​ ອົດ​ຕະລິດ​ພວມ​ຢ້ຽມຢາມ​ຫວຽດນາມ, ທ່ານ​ຮອງ​ນາຍົກລັດຖະມົນຕີຫງວຽນ​ທ້ຽນ​ເຍີນ ​ເນັ້ນ​ຫນັກ​ວ່າ: ​ໃນ​ການ​ພົວພັນ​ລະຫວ່າງ​ຫວຽດນາມ ​ແລະ ອົດ​ຕາ​ລິດ, ການ​ຮ່ວມ​ມື​ດ້ານ​ສຶກສາ​ແມ່ນ​ສວມ​ບົດບາດ​ສຳຄັນ, ​ໃນ​ນັ້ນ​ພົ້ນ​ເດັ່ນ​ແມ່ນ​ມະຫາວິທະຍາ​ໄລ Krems. ທ່ານຮອງນາຍົກລັດຖະມົນຕີ ຫງວຽນທ້ຽນເຍີນ ໄດ້ຕີລາຄາສູງການຮ່ວມມືລະຫວ່າງ ມະຫາວິທະຍາ​ໄລ Krems ກັບ​ບັນດາ​ຮາກ​ຖານ​ບຳລຸງ​ສ້າງ​ຂອງ​ຫວຽດນາມ, ​ໃນ​ນັ້ນ ມະຫາວິທະຍາ​ໄລ Krems ​ໄດ້​ລົງ​ນາມ​ໃນ​ຂໍ້​ຕົກລົງ​ຮ່ວມ​ມື​ກັບ​ມະຫາວິທະຍາ​ໄລ​ແຫ່ງ​ຊາດ ຮ່າ​ໂນ້ຍ ​ແລະ ມະຫາວິທະຍາ​ໄລ​ແຫ່ງ​ຊາດ​ນະຄອນ ​ໂຮ່ຈິ​ມິນ ​​ໃນ​ການ​ຢ້ຽມຢາມ​ຫວຽດນາມ​ຂອງ​ປະທານາທິບໍດີ ອົດ​ຕາ​ລິດ; ຮ່ວມ​ສຳພັນ​ບຳລຸງ​ສ້າງ​ປະລິຍາ​ໂທ​ວິຊາ​ສະ​ເພາະ​ບໍລິຫານ​ທ່ອງ​ທ່ຽວ​ກັບ​ມະຫາວິທະຍາ​ໄລ ​ເຫ້ວ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ທ້ຽນ​ເຍີນ ປາດ​ຖະຫນາ​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ, ມະຫາວິທະຍາ​ໄລ Krems ສືບ​ຕໍ່​ເປີດ​ກວ້າງ​ ​ແລະ ​ເພີ່ມ​ທະວີ​ການ​ຮ່ວມ​ສຳພັນ​ບຳລຸງ​ສ້າງ​ກັບ​ບັນດາ​ມະຫາວິທະຍາ​ໄລ​ຂອງ​ຫວຽດນາມ, ພິຈາລະນາ​​ໃຫ້​ທຶນ​ສຶກສາ​ແກ່​ນັກ​ສຶກສາ​ຫວຽດນາມ​ໄປ​ຮຳ່ຮຽນ, ຄົ້ນ​ຄ້ວາ​ຢູ່​ມະຫາວິທະຍາ​ໄລ​ໃນ​ບັນດາ​ຂົງ​ເຂດ​ທີ່​ມີ​ທ່າ​ແຮງ​ຄື: ບໍລິຫານ​ທຸລະ​ກິດ, ການທ່ອງທ່ຽວ ​ແລະ ການ​ຢາ.

ຂ່າວ/ບົດ​ອື່ນ