ທ່ານຮອງນາຍົກລັດຖະມົນຕີຫວູດືກດາມພົບປະກັບນາຍົກລັດຖະມົນລາວທອງລຸນສີສຸລິດ

ທ່ານຮອງນາຍົກລັດຖະມົນຕີຫວູດືກດາມພົບປະກັບນາຍົກລັດຖະມົນລາວທອງລຸນສີສຸລິດ - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ດືກ​ດາມ ໄດ້​ພົບ​ປະ​ເຈ​ລະ​ຈາ​ກັບ
​ທ່າ​ນ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ທອງ​ລຸນ ສີ​ສຸ​ລິດ
ພາບ:vov

(vovworld)- ວັນ​ທີ 10/10 ຢູ່ ນອກກອງ​ປະ​ຊຸມ​ສຸດຍອດ​ເຈ​ລະ​ຈາ​ຮ່ວມ​ມື​ອາ​ຊີ (ACD) ຄັ້ງ​ທີ 2, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ດືກ​ດາມ ໄດ້​ພົບ​ປະ​ເຈ​ລະ​ຈາ​ກັບ​ທ່າ​ນ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ທອງ​ລຸນ ສີ​ສຸ​ລິດ. ທ່ານ​ຮອງນ​າ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ດືກ​ດາມ ສະ​ເຫນີ ສອງ​ຝ່າຍ ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ຢ້ຽມ​ຢາມ​ຂັ້ນ​ສູງ ແລະ ທຸກ​ຂັ້ນ. ສອງ​ຝ່າຍ​ສົມ​ທົບ​ກັນ​ກະ​ກຽມ ແລະ​ຈັດ​ຕັ້ງ​ບັນ​ດາ​ການ​ເຄື່ອນ​ໄຫວ​ສະ​ເຫລ​ີມ​ສະ​ຫລອງ 55 ປີ​ແຫ່ງວັນ​ສ້າງ​ການ​ພົວ​ພັນ​ທາງ​ການ​ທູດ, 40 ປີ​ແຫ່​ງວັນ​ລົງ​ນາ​ມ​ໃນ​ສົນ​ທິ​ສັນ​ຍາ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື ຫວຽດ​ນາມ - ລາວ ໃນ​ປີ 2017. ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ດືກ​ດາມ​ຖື​ວ່າ ຄວນ​ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ໃຫ້​ບັນ​ດາ​ໂຄງ​ການ​ຮ່ວມ​ມື​ລົງ​ທຶນ​ລະ​ຫວ່າງ​ສອງ​ປະ​ເທດ. ບັນ​ດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ ຄວນ​ຍູ້​ແຮງ​ໃນ​ບັນ​ດາ​ຂົງ​ເຂດ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ດືກ​ດາມ ສະ​ເຫນີ ສອງ​ຝ່າຍ​ສືບ​ຕໍ່​ສົມ​ທົບ​ກັນ​ຢ່າງ​ແຫນ້ນ​ແຟ້ນ, ມີ​ປະ​ສິດ​ທິ​ຜົນ​ໃນ​ການ​ນຳ​ໃຊ້​ແຫລ່ງ​ນ້ຳ​ຢູ່​ແມ່​ນ້ຳ​ຂອງ. ທີ່​ການ​ພົບ​ປະ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ທອງ​ລຸນ ສີ​ສຸ​ລິດ ສະ​ແດງ​ຄວາມ​ເພິ່ງ​ພໍ​ໃຈ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ອັນ​ດີ​ງາມ​ຂອງ​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາ​ມັກ​ຄ​ີ​ແບບ​ພິ​ເສດ, ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ​ສອງ​ພັກ, ສອງ​ລັດ ແລະ ປະ​ຊາ​ຊົນ​ສອງ​ປະ​ເທດ. ບັນ​ດາ​ກະ​ຊວງ, ຂະ​ແຫນງ​ການ ແລະ ທ້ອງ​ຖິ່ນ, ວິ​ສາ​ຫະ​ກິດ ແລະ ປະ​ຊາ​ຊົນ​ສອງ​ປະ​ເທດ ໄດ້​ມີ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຫລາຍ​ຢ່າງ​ໃນ​ການ​ປະ​ຕິ​ບັດ​ບັນ​ດາ​ຂໍ້​ຕົກ​ລົງ, ສັນ​ຍາ, ບົດ​ບັນ​ທຶກ​ຊ່ວ​ຍ​ຈຳ​ການ​ຮ່ວມມ​ື​ສອງ​ຝ່າຍ. ສອງ​ຝ່າຍ​ຄວນ​ສືບ​ຕໍ່​ການ​ຮັກ​ສາ​ການ​ແລກ​ປ່ຽນ​ການ​ຢ້ຽມ​ຢາມ ແລະ ພົບ​ປະ​ຂັ້ນ​ສູງ​ເປັນ​ປະ​ຈຳ ດ້ວຍ​ຫລາຍ​ຮູບ​ການ​ແຕກ​ຕ່າງ​ກັນ ເພື່ອ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຂໍ້​ມູນ​ຂ່າ​ວ​ສານ ແລະ ແບ່ງ​ປັນ​ບົດ​ຮຽນ. 


ຕອບກັບ

ຂ່າວ/ບົດ​ອື່ນ