ສື່ມວນ​ຊົນ​ລາວ ຕີ​ລາ​ຄ​າ​ສູງ​ຄວາມ​ໝາຍ​ຂ​ອງ​ກາ​ນ​ຢ້ຽມ​ຢາມ​ຂອງ​ທ່ານ​ປະ​ທານ​ປະ​ເທດ ໂຕ​ເລິມ​

(VOVWORLD) -  ບົດຂຽນໄດ້ເນັ້ນໜັກເຖິງໝາກຜົນຂອງການຢ້ຽມຢາມທາງລັດຖະກິດຢູ່ ລາວຂອງທ່ານປະທານປະເທດ ໂຕເລິມ ຄັ້ງນີ້ຈະປະກອບສ່ວນສຳຄັນເຂົ້າໃນການພົວພັນ ຫວຽດນາມ - ລາວ ນັບມື້ນັບສະໜິດຕິດພັນ, ມີການພັດທະນາຢ່າງຕະຫຼອດການ ແລະ ບັນລຸໄດ້ໝາກຜົນຫຼາຍຢ່າງ.
ສື່ມວນ​ຊົນ​ລາວ ຕີ​ລາ​ຄ​າ​ສູງ​ຄວາມ​ໝາຍ​ຂ​ອງ​ກາ​ນ​ຢ້ຽມ​ຢາມ​ຂອງ​ທ່ານ​ປະ​ທານ​ປະ​ເທດ ໂຕ​ເລິມ​ - ảnh 1(ພາບປະກອບ: TTXVN)

ວັນທີ 13 ກໍລະກົດ, ສຳນັກຂ່າວສານປະເທດລາວ (KPL) ໄດ້ລົງບົດຂຽນຢັ້ງຢືນການຢ້ຽມຢາມທາງລັດຖະກິດ ຂອງທ່ານປະທານປະເທດ ໂຕເລິມ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ຢູ່ ລາວ ຈະຊ່ວຍເພີ່ມທະວີ ແລະ ພັດທະນາການພົວພັນມິດຕະພາບອັນຍິ່ງໃຫຍ່, ສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດລາວ - ຫວຽດນາມ, ຫວຽດນາມ - ລາວ ນັບມື້ນັບດີງາມກ່ວາອີກ.

ບົດຂຽນໄດ້ຊີ້ແຈ້ງວ່າ ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລູນ ສີສຸລິດ ໄດ້ຕີລາຄາສູງເລື່ອງທ່ານປະທານປະເທດໂຕເລິມ ເລືອກເອົາລາວເປັນປະເທດທຳອິດໄປຢ້ຽມຢາມໃນຖານະຕຳແໜ່ງໃໝ່, ສະແດງໃຫ້ເຫັນຄວາມເຄົາລົບນັບຖືຂອງພັກ, ລັດ ຫວຽດນາມ ແລະ ສ່ວນຕົນທ່ານໂຕເລິມ ຕໍ່ການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ລາວ - ຫວຽດນາມ, ຫວຽດນາມ - ລາວ. ບົດຂຽນໄດ້ເນັ້ນໜັກເຖິງໝາກຜົນຂອງການຢ້ຽມຢາມທາງລັດຖະກິດຢູ່ ລາວຂອງທ່ານປະທານປະເທດ ໂຕເລິມ ຄັ້ງນີ້ຈະປະກອບສ່ວນສຳຄັນເຂົ້າໃນການພົວພັນ ຫວຽດນາມ - ລາວ ນັບມື້ນັບສະໜິດຕິດພັນ, ມີການພັດທະນາຢ່າງຕະຫຼອດການ ແລະ ບັນລຸໄດ້ໝາກຜົນຫຼາຍຢ່າງ.

ຕອບກັບ

ຂ່າວ/ບົດ​ອື່ນ