ທ່ານ​ປະ​ທານ​ປະ​ເທດ ໂຕ​ເລິມ ພົບ​ປະ​ເຈ​ລະ​ຈາ​ກັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກຳ​ປູ​ເຈຍ Hun Manet

(VOVWORLD) - ວັນທີ 13 ກໍລະກົດ, ທ່ານປະທານປະເທດ ໂຕເລິມ ໄດ້ພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Manet ໃນຂອບເຂດການຢ້ຽມຢາມທາງລັດຖະກິດຢູ່ ລາຊະອານາຈັກ ກຳປູເຈຍ.
ທ່ານ​ປະ​ທານ​ປະ​ເທດ ໂຕ​ເລິມ ພົບ​ປະ​ເຈ​ລະ​ຈາ​ກັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກຳ​ປູ​ເຈຍ Hun Manet - ảnh 1ການພົບປະເຈລະຈາລະຫວ່າງສອງຝ່າຍ (ພາບ: VOV5)

ເມື່ອແລກປ່ຽນກ່ຽວກັບທິດທາງ ແລະ ວິທີການຊຸກຍູ້ການພົວພັນສອງຝ່າຍໃນໄລຍະຈະມາເຖິງ, ການນຳສອງທ່ານໄດ້ເນັ້ນໜັກວ່າ ສອງປະເທດຕ້ອງຮ່ວມມືກັນຢ່າງແໜ້ນແຟ້ນ ເພື່ອຮັກສາ ແລະ ເສີມຂະຫຍາຍຄວາມສາມັກຄີລະຫວ່າງສອງປະເທດ, ຜັນຂະຫຍາຍບັນດາຄຳໝັ້ນສັນຍາ, ຂໍ້ຕົກລົງ, ສົນທິສັນຍາທີ່ໄດ້ຮັບການລົງນາມແລ້ວ ແລະ ບັນດາກົນໄກຮ່ວມມື ໃຫ້ເປັນຢ່າງດີ, ເພີ່ມທະວີການເຊື່ອມຕໍ່, ສົມທົບກັນໂຄສະນາໄປຍັງປະຊາຊົນທຸກຊັ້ນຄົນ, ພິເສດແມ່ນໄວໜຸ່ມ, ກ່ຽວກັບການພົວພັນສາມັກຄີ, ຄວາມສະໜິດຕິດພັນລະຫວ່າງສອງປະເທດ. ສອງຝ່າຍໄດ້ເຫັນດີເປັນເອກະພາບຈັດສົ່ງຄະນະການນຳໜຸ່ມກຳປູເຈຍ ມາຢ້ຽມຢາມ ແລະ ໄປທັດສະນະສຶກກສາຢູ່ ຫວຽດານມໂດຍໄວ.

ສອງຝ່າຍໃຫ້ຄຳໝັ້ນສັນຍາສືບຕໍ່ນເສົາຄ້ຳການຮ່ວມມືດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບເຂົ້າສູ່ລວງເລິກ, ເນັ້ນໜັກເຖິງຫຼັກການບໍ່ອະນຸຍາດໃຫ້ກຳລັງເປັນປໍລະປັກນຳໃຊ້ຜືນແຜ່ນດິນຂອງປະເທດນີ້ເພື່ອຕ້ານປະເທດອື່ນ; ມີການຮ່ວມມືກັນຢ່າງແໜ້ນແຟ້ນກ່ວາອີກໃນການປ້ອງກັນຕ້ານອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ແລະ ອາດຊະຍາກຳຂ້າມຊາດ.

ແລະກໍ່ໃນຕອນບ່າຍວັນດຽວກັນ, ທ່ານປະທານປະເທດ ໂຕເລິມ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງອອກຈາກ ພະນົມເປັນ, ສິ້ນສຸດການຢ້ຽມຢາມທາງລັດຖະກິດຢູ່ລາຊະອານາຈັກ ກຳປູເຈຍຕາມຄຳເຊື້ອເຊີນຂອງລາຊະອານາຈັກ ກຳປູເຈຍ Norodom Sihamoni ຢ່າງຈົບງາມ.

ຕອບກັບ

ຂ່າວ/ບົດ​ອື່ນ