ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດິ່ງເຫວ້ ລົງຢ້ຽມຢາມທ່າກໍ່າປັ່ນ ດ່າໜັງ

(VOVWORLD) -ຕອນບ່າຍວັນທີ 23 ພະຈິກ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດິ່ງເຫວ້ ໄດ້ລົງໄປຢ້ຽມຢາມທ່າກໍ່າປັ່ນດ່າໜັງ ເຊິ່ງແມ່ນໜຶ່ງໃນບັນດາທ່າກໍ່າປັ່ນສາກົນໃຫຍ່ທີ່ສຸດຢູ່ພາກກາງ ເຊິ່ງໃນປັດຈຸບັນ ມີເຂດຂຸດຄົ້ນຕົ້ນຕໍແມ່ນວິສາຫະກິດ ທ່າກໍ່າປັ່ນ ຕຽນຊາ.
ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດິ່ງເຫວ້ ລົງຢ້ຽມຢາມທ່າກໍ່າປັ່ນ ດ່າໜັງ	 - ảnh 1ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດິ່ງເຫວ້ ລົງຢ້ຽມຢາມທ່າກໍ່າປັ່ນ ດ່າໜັງ  (ພາບ:  VGP)

        ທ່ານ ເຈິ່ນເລຕ໊ວນ, ປະທານສະພາບໍລິຫານບໍລິສັດຫຸ້ນສ່ວນທ່າກໍ່າປັ່ນດ່າໜັງ, ໃຫ້ຮູ້ວ່າ ທ່າກໍ່າປ່ັນ ດ່າໜັງ ຄ່ອຍໆຢັ້ງຢືນວ່າແມ່ນທ່າກໍ່າປັ່ນເລກທີ 1 ຢູ່ພາກກາງ, ສ້າງລະບົບສະໜອງການບໍລິການ logistics. ປັດຈຸບັນ, ຄາດວ່າ ປະລິມານສິນຄ້າທີ່ຂົນສົ່ງຜ່ານທ່າກໍ່າປັ່ນດັ່ງກ່າວ ເພີ່ມຂຶ້ນເກືອບ 20%, ລາຍຮັບເພີ່ມຂຶ້ນ 16%.

        ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫວ້ ກໍໄດ້ລົງຢ້ຽມຢາມ, ມອບຂອງຂວັນໃຫ້ພະນັກງານ, ພາລະກອນຢູ່ທ່າກໍ່າປັ່ນດ່າໜັງ. ທ່ານ ເວືອງດິ່ງເຫວ້ ໃຫ້ຮູ້ວ່າ ລັດຖະບານ ມີຄວາມເອົາໃຈໃສ່ທີ່ສຸດເຖິງການພັດທະນາຂອງທ່າກໍ່າປັ່ນກໍຄືສະພາບການລົງທຶນເປີດກວ້າງທ່າກໍ່າປັ່ນດ່າໜັງ ແລະ ທ່າກໍ່າປັ່ນ ລຽນຈ໋ຽວ ໃນໄລຍະຈະມາເຖິງ.


ຕອບກັບ

ຂ່າວ/ບົດ​ອື່ນ