ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ເຮັດວຽກກັບພະນັກງານຫຼັກແຫຼ່ງແຂວງບິ່ງທ້ວນ

ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ເຮັດວຽກກັບພະນັກງານຫຼັກແຫຼ່ງແຂວງບິ່ງທ້ວນ - ảnh 1
​ທ່ານເລຂາທິການ​ໃຫຍ່ ຫງວຽນ​ຟຸຈ້ອງ ​ເຮັດ​ວຽກ​ຢູ່ແຂວງ​ບິ່ງ​ທ້ວນ
(ພາບ: nhandan.com.vn)

(vovworld) –  ​ໂດຍ​ສືບ​ຕໍ່​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ແຂວງ ບິ່ງ​ທ້ວນ, ຕອນ​ເຊົ້າ​ວັນ​ທີ 04/07, ​ທ່ານເລຂາທິການ​ໃຫຍ່ຄະນະ​ບໍລິຫານ​ງານ​ສູ​ນກາງ​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟຸຈ້ອງ ​ໄດ້​ມີ​ການ​ເຮັດ​ວຽກກັບພະນັກງານ​ຫຼັກ​ແຫຼ່ງ​ແຂວງ​ບິ່ງ​ທ້ວນ ກ່ຽວ​ກັບ​ສະພາບ​ພັດທະນາ​ເສດຖະກິດ​ສັງຄົມ, ການປ້ອງ​ກັນຊາ​ດ, ປ້​ອງກັນ​ຄວາມ​ສະຫງົບ ​ແລະ ປະຕິບັດ​ມະຕິ​ສູນ​ກາງ​ພັກ​ຄັ້ງທີ 4 ຊຸດ​ທີ 11 ກ່ຽວ​ກັບ​ການ​ກໍ່ສ້າງ​ພັກ.

  ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸຈ້ອງ ສະ​ແດງ​ຄວາມ​ຊົມ​ເຊີຍ​ບັນດາ​ໝາກຜົນ​ ​ແລະ ຜົນງານ​ເຊິ່ງອົງຄະ​ນະ​ພັກ, ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ​ແຂວງ​ບິ່ງ​ທ້ວນ ບັນລຸ​ມາໄດ້​ໃນ​ໄລຍະ​ຜ່ານ​ມາ. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸຈ້ອງ  ຖື​ວ່າ ​​ແຂວງ​ພວມ​ພັດທະນາ, ຫັນປ່ຽນ​ໂຄງ​ປະກອບ​ຢ່າງ​ຖືກ​ທິດ, ພັດທະນາ​​ໃນ​ຫຼາຍ​ດ້ານ. ຕາມ​ທ່ານ​ເລຂາທິການ​ໃຫຍ່​ແລ້ວ, ໜຶ່ງ​ໃນ​ບັນດາ​ສາຍ​ເຫດ​ຕົ້ນ​ຕໍເພື່ອບັນລຸ​ໄດ້​ສິ່ງ​ດັ່ງກ່າວ ​ແມ່ນ​ຍ້ອນ​ອົງຄະ​ນະ​ພັກ ​ໄດ້​ປ່ຽນ​ໃໝ່​ຮູບ​ແບບ​ຊີ້​ນຳ​ຢ່າງ​ມີ​ຈຸດ​ສຸມ, ລະອຽດ, ​ແໜ້ນ​ແຟ້ນ. ທ່ານ​ເລຂາທິການ​ໃຫຍ່ ສະ​ເໜີ​ໃຫ້​ແຂວງ​ບິ່ງ​ທ້ວນ ສືບ​ຕໍ່ຕີ​ລາຄາ ​ແລະ ກຳ​ແໜ້ນ​ສະພາບ​ການ​. ທາງ​ແຂວງ​ຕ້ອງ​ຄິດ​ໄລ​ກ່ອນ​ເພື່ອ​ມີ​ມາດ​ຕະການ​ຮັບ​ມື​ຢ່າງ​ເປັນ​ເຈົ້າ​ການ. ສືບ​ຕໍ່​ຜັນ​ຂະຫຍາຍ​ບັນດາ​ວຽກ​ງານ​ພວມ​ເຮັດ, ກວ​ດກາ​ຄືນ​ບັນດາ​ວຽກ​ງານ​ທີ່​ຫຍຸ້ງຍາກ, ສັບສົນ, ​ແກ້​ໄຂ​ຄວາມ​ຕິດ​ຂັດ, ບັນດາ​ຄາດໝາຍ​ເຊິ່ງກອງ​ປະ​ຊຸມ​ໃຫຍ່​ອົງຄະ​ນະ​ພັກ​ແຂວງ​ ​ແລະ ຂັ້ນ​ຕ່າງໆທີ່ໄດ້​ວາງ​ອອກ​ໃຫ້​ສຳ​ເລັດ. ພັດທະ​ນາ​ເສດຖະກິດ ຕິດ​ພັນ​ກັບ​ການ​ຮັບປະກັນ​ການ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ, ປົກ​ປັກ​ຮັກສາ​​ເອ​ກະລາດ, ​ອະທິປະ​ໄຕ​ຂອງ​ປະ​ເທດ​ຊາດ.

ຂ່າວ/ບົດ​ອື່ນ