ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງຮຽກຮ້ອງເຮັດວຽກງານພະນັກງານໃຫ້ດີ

(VOVWORLD) - ວັນທີ 8 ທັນວາ, ຢູ່ສຳນັກງານສູນກາງພັກ, ກົມການເມືອງໄດ້ຈັດການປະຊຸມ ແລະ ໃຫ້ຄວາມເຫັນກ່ຽວກັບຂໍ້ສະຫຼຸບການກວດກາຂອງຄະນະກວດກາ ຂອງກົມການເມືອງ, ຄະນະເລຂາທິການ 5 ຄະນະ
ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງຮຽກຮ້ອງເຮັດວຽກງານພະນັກງານໃຫ້ດີ - ảnh 1 ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ກ່າວຄຳເຫັນທີ່ພິທີ

ກ່ຽວກັບການປະຕິບັດຂໍ້ສະຫຼຸບຂອງກົມການເມືອງຊຸດທີ 6 ກ່ຽວກັບການຍູ້ແຮງວຽກງານແຜນຜັງ, ຜັດປ່ຽນພະນັກງານການນຳ, ການຄຸ້ມຄອງເຖິງປີ 2020 ແລະ ຊຸມປີຕໍ່ໄປ, ຕິດພັນກັບການປະຕິບັດຂໍ້ກຳນົດແຕ່ງຕັ້ງ, ສະເໜີພະນັກງານອອກສະໝັກ ເຊິ່ງປະກາດໃຊ້ພ້ອມກັບຂໍ້ຕົກລົງໃນວັນທີ 4 ກໍລະກົດ 2007 ຂອງກົມການເມືອງຊຸດທີ X. ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫງວຽນຟູ໋ຈ້ອງ ໄດ້ເປັນເຈົ້າພາບຈັດກອງປະຊຸມ.

        ກ່າວຄວາມເຫັນສະຫຼຸບການປະຊຸມ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ເນັ້ນໜັກວ່າ: ວຽກງານພະນັກງານມີຄວາມສຳຄັນຍິ່ງ, ຜ່ານພຶດຕິກຳຕົວຈິງຍິ່ງເຫັນວ່າມີຄວາມສຳຄັນ. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ເນັ້ນໜັກວ່າ: ການເຮັດວຽກງານພະນັກງານໃຫ້ດີແມ່ນມີໂຄງຮ່າງເພື່ອກໍ່ສ້າງ, ຊັບຊ້ອນພະນັກງານ. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໃສ່ໃຈວຽກງານຕີລາຄາພະນັກງານແມ່ນຫຍຸ້ງຍາກທີ່ສຸດ, ສະນັ້ນການສື່ຂ່າວຕ້ອງຄົບຖ້ວນ, ຜ່ານຫຼາຍຊ່ອງ, ຫຼາຍສົ້ນ, ມີຄວາມປອດໂປ່ງຢ່າງແທ້ຈິງ, ເຫັນແກ່ຜົນປະໂຫຍດສ່ວນລວມ, ພາວະວິໄສ.

ຕອບກັບ

ຂ່າວ/ບົດ​ອື່ນ