ທ່ານເລຂາທິການໃຫຍ່ ໂຕເລິມ ຕ້ອນຮັບຫົວໜ້າສູນມໍລະດົກໂລກຂອງ UNESCO

(VOVWORLD) - ທ່ານເລຂາທິການໃຫຍ່ ໂຕເລິມ ຢືນຢັນວ່າ, ຫວຽດນາມ ຍາມໃດກໍ່ແມ່ນຄູ່ຮ່ວມມືທີ່ຕັ້ງໜ້າ, ມີຄວາມໄວ້ເນື້ອເຊື່ອໃຈ ແລະ ສະໜັບສະໜູນ UNESCO, ສືບຕໍ່ປະກອບສ່ວນຢ່າງມີປະສິດທິຜົນ ໃນຖານະເປັນສະມາຊິກບັນດາອົງການບໍລິຫານຫຼັກແຫຼ່ງ
ທ່ານເລຂາທິການໃຫຍ່ ໂຕເລິມ ຕ້ອນຮັບຫົວໜ້າສູນມໍລະດົກໂລກຂອງ UNESCO - ảnh 1 (ທ່ານເລຂາທິການໃຫຍ່ ໂຕເລິມ ຕ້ອນຮັບທ່ານ Lazare Eloundou Assomo, ຫົວໜ້າສູນມໍລະດົກໂລກຂອງUNESCO)

        ຕອນເຊົ້າວັນທີ 20 ພຶດສະພາ, ຢູ່ສຳນັກງານສູນກາງພັກ, ທີ່ ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ໃຫ້ການຕ້ອນຮັບທ່ານ Lazare Eloundou Assomo, ຫົວໜ້າສູນມໍລະດົກໂລກຂອງອົງການການສຶກສາ, ວິທະຍາສາດ ແລະ ວັດທະນະທຳສປຊ (UNESCO).

        ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່ ໂຕເລິມ ຢືນຢັນວ່າ, ຫວຽດນາມ ຍາມໃດກໍ່ແມ່ນຄູ່ຮ່ວມມືທີ່ຕັ້ງໜ້າ, ມີຄວາມໄວ້ເນື້ອເຊື່ອໃຈ ແລະ ສະໜັບສະໜູນ UNESCO, ສືບຕໍ່ປະກອບສ່ວນຢ່າງມີປະສິດທິຜົນ ໃນຖານະເປັນສະມາຊິກບັນດາອົງການບໍລິຫານຫຼັກແຫຼ່ງ, ໃນນັ້ນລວມມີຄະນະກຳມະການມໍລະດົກໂລກ. ທ່ານສະເໜີໃຫ້ UNESCO ສືບຕໍ່ສະໜັບສະໜູນ, ໃຫ້ຄຳປຶກສາເພື່ອໃຫ້ UNESCO ຮັບຮອງເອົາສຳເນົາເອກະສານຟື້ນຟູວັງ ກິງທຽນ ຂອງມໍລະດົກໂລກພະລາດຊະວັງ ທັງລອງ ຢ່າງໄວທີ່ສຸດເທົ່າທີ່ໄວໄດ້; ໜູນຊ່ວຍການສ້າງສຳເນົາເອກະສານສະເໜີຂໍໃຫ້ເຂດປູຊະນີຍະສະຖານ ໂກລວາ ເປັນມໍລະດົກໂລກ.

        ສ່ວນທ່ານ Lazare ຢືນຢັນວ່າ, ຈະຮ່ວມເດີນທາງ, ສະໜັບສະໜູນ ແລະ ໃຫ້ຄຳປຶກສາດ້ານວິສາສະເພາະຂອງ UNESCO ໃຫ້ແກ່ ຫວຽດນາມ ໃນວຽກງານອະນຸລັກຮັກສາ, ເສີມຂະຫຍາຍບັນດາມໍລະດົກໂລກ. ໃນຖານະຕຳແໜ່ງຂອງຕົນ, ທ່ານໃຫ້ຄຳໝັ້ນສັນຍາຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ເພື່ອພ້ອມກັບ ຫວຽດນາມ ຄຸ້ມຄອງ, ອະນຸລັກຮັກສາ ແລະ ເສີມຂະຫຍາຍ 8 ເຂດມໍລະດົກໂລກຂອງ ຫວຽດນາມ.

        ແລະກໍ່ໃນຕອນເຊົ້າວັນດຽວກັນ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ໃຫ້ການຕ້ອນຮັບທ່ານເລຂາຜູ້ທີໜຶ່ງພັກກອງປະຊຸມໃຫຍ່ຊົນຊາດ ອາຟະລິກາ (ANC) ກຳອຳນາດຂອງ ອາຟະລິກາໃຕ້ ນາງ Nomvula Mokonyane, ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ຊົມເຊີຍ ແລະ ເຊື່ອໝັ້ນວ່າ, ການຢ້ຽມຢາມຈະປະກອບສ່ວນຮັດແໜ້ນການພົວພັນລະຫວ່າງ 2 ພັກ ແລະ ຊຸກຍູ້ການພົວພັນມິດຕະພາບ, ການຮ່ວມມື, ມູນເຊື້ອອັນດີງາມລະຫວ່າງ ຫວຽດນາມ ແລະ ອາຟະລິກາໃຕ້.

ຕອບກັບ

ຂ່າວ/ບົດ​ອື່ນ