(VOVWORLD) - ຕອນເຊົ້າວັນທີ 25 ມີນາ, ຢູ່ສຳນັກງານສູນກາງພັກ, ຮ່າໂນ້ຍ, ພາຍໃຕ້ການເປັນປະທານຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ ໂຕເລິມ, ອະນຸຄະນະກຳມະການບຸກຄະລາກອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງ ພັກຄອມມູນິດ ຫວຽດນາມ ໄດ້ຈັດກອງປະຊຸມຄັ້ງທີ 4 ເພື່ອພິຈາລະນາບາງເນື້ອໃນປັບປຸງ, ເພີ່ມເຕີມຮ່າງທິດທາງວຽກງານບຸກຄະລາກອນຮັບໃຊ້ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ.
ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມ (ພາບ: TTXVN) |
ເມື່ອກ່າວຄຳເຫັນສະຫຼຸບກອງປະຊຸມ, ທ່ານເລຂາທິການໃຫຍ່ ໂຕເລິມ ຊີ້ແຈ້ງວ່າ ເປົ້າໝາຍສຸດທ້າຍແມ່ນຕ້ອງສ້າງຄະນະບໍລິຫານງານສູນກາງພັກ, ກົມການເມືອງ, ຄະນະເລຂາທິການສູນກາງພັກ ທີ່ມີຄວາມພົ້ນເດັ່ນກ່ຽວກັບຄວາມສາມາດ, ຄວາມໄວ້ວາງໃຈ, ຄວາມສາມັກຄີ, ຄວາມເປັນເອກະພາບຢ່າງສູງ, ຮ່ວມແຮງຮ່ວມໃຈ, ຕັດສິນໃຈປ່ຽນແປງໃໝ່ປະດິດຄິດສ້າງຢ່າງແທ້ຈິງ ແລະ ປະຕິບັດພາລະກຳ, ບົດບາດຂອງການນຳພັກສຳລັບປະເທດຊາດໃນສັງກາດໃໝ່; ປະກອບສ່ວນນຳມາເຊິ່ງຄວາມອີ່ມໜຳສຳລານ, ສົມບູນພູນສຸກໃຫ້ແກ່ປະຊາຊົນ.
ທ່ານເລຂາທິການໃຫຍ່ໃຫ້ຮູ້ວ່າ ອະນຸກຳມະການບຸກຄະລາກອນ ໂດຍພືິ້ນຖານໄດ້ຕົກລົງເຫັນດີເປັນເອກະພາບຕໍ່ບົດລາຍງານ, ໃບສະເໜີ ແລະ ຮ່າງທິດທາງວຽກງານບຸກຄະລາກອນຮັບໃຊ້ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ, ໃນນັ້ນ, ກຳນົດທິດຈຳນວນ, ໂຄງປະກອບຄະນະບໍລິຫານງານສູນກາງພັກ, ກົມການເມືອງ, ຄະນະເລຂາທິການຊຸດທີ XIV; ຮັບປະກັນຄວາມຄົບຊຸດ, ຕິດພັນແໜ້ນແຟ້ນກັບການປະຕິບັດແຜນນະໂຍບາຍ, ມະຕິຂອງຄະນະບໍລິຫານງານສູນກາງພັກ, ກົມການເມືອງ, ຄະນະເລຂາທິການຊຸດທີ XIII ກ່ຽວກັບການສັບຊ້ອນ, ປັບປຸງກົງຈັກບັນດາສຳນັກງານ, ອົງການ, ກົມກອງ, ທ້ອງຖິ່ນໃນລະບົບການເມືອງໃຫ້ກະທັດລັດ.