ທ່ານເລຂາທິການໃຫຍ່,ປະທານປະເທດລາວບຸນຍັງວໍລະຈິດຢ້ຽມຢາມສະຖາບັນການເມືອງແຫ່ງຊາດໂຮ່ຈິມິນ

ທ່ານເລຂາທິການໃຫຍ່,ປະທານປະເທດລາວບຸນຍັງວໍລະຈິດຢ້ຽມຢາມສະຖາບັນການເມືອງແຫ່ງຊາດໂຮ່ຈິມິນ - ảnh 1
(ທ່ານເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ​ລາວ​ ບຸນ​ຍັງ ວໍ​ລະ​ຈິດ
ລົງ​​ຢ້ຽມ​ຢາມ​ສະ​ຖາ​ບັນ​ການ​ເມືອງ​ແຫ່ງ​ຊາດ​ໂຮ່​ຈິ​ມິນ)

(vovworld) - ຕອ​ນ​ເຊົ້າ​ວັ​ນ​ທີ 26/04, ທ່ານເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ​ລາວ​ ບຸນ​ຍັງ ວໍ​ລະ​ຈິດ ພ້ອມ​ກັບ​ຄະ​ນະ​ຜູ້​ແທນ​ຂັ້​ນ​ສູງ​ພັກ ແລະ ລັດ​ລ​າວ ໄດ້​ລົງ​​ຢ້ຽມ​ຢາມ​ສະ​ຖາ​ບັນ​ການ​ເມືອງ​ແຫ່ງ​ຊາດ​ໂຮ່​ຈິ​ມິນ. ຢູ່​ທີ່ນີ້, ທ່ານເລ​ຂາ​ທິ​ການ​ໃຫຍ່ ບຸນ​ຍັງ ວໍ​ລະ​ຈິດ ​ໃຫ້​ຮູ້​ວ່າ, ພະ​ນັກ​ງານ​ພວມ​ຮັບ​ດຳ​ລົງ​ບັນ​ດາ​ຕຳ​ແໜ່ງ​ສຳ​ຄັນ​ຂອງ​ລ​າວ ສ່ວນ​ຫຼາຍ ລ້ວນ​ແຕ່​ໄດ້​ຮັບ​ການ​ຄົ້ນ​ຄວ້າ, ຮ່ຳ​ຮຽນ​ຢູ່​ສະ​ຖາ​ບັນ​ການ​ເມືອງ​ແຫ່ງ​ຊາດ​ໂຮ່​ຈິ​ມິນ. ບັນ​ດາ​ພະ​ນັກ​ງານ​ເຫລົ່າ​ນັ້ນ ໄດ້​ ແລະ ພ​ວມ​ກາຍ​ເປັນ​ພະ​ນັກ​ງານ​ຫຼັກ​ແຫຼ່ງ​ແກ່ນ​ສານຂອງປ​ະ​ເທດ​ລາວ. ເຂົາ​ເຈົ້າລ້ວນ​ແຕ່​ແມ່ນ​ຜູ້​ມີ​ລະ​ດັບ​ຄວາມ​ຮູ້, ມີິ​ກຳ​ລັງ​ຄວາມ​ສາ​ມາດ, ຕັ້ງ​ໜ້າ​ປະ​ກອບ​ພູມ​ປັນ​ຍາ, ​ກຳ​ລັງ​ຄວາມ​ສາ​ມາດ​ຂ​ອງ​ຕົນ​ເຂົ້າ​ໃນ​ພາ​ລະ​ກິດ​ສ້າງ​ສາ ແລະ ພັດ​ທະ​ນາ​ປະ​ເທດ​ລາວ ແລະ ແມ່ນ​ຂົວ​ເຊື່ອມ​ຕໍ່​ໃຫ້​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ ແລະ ​ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ​ລະ​ຫວ່າງ ລາວ - ຫວຽດ​ນາມ.

        ກ່ອນ​ໜ້ານັ້ນ, ທ່ານເລ​ຂາ​ທິ​ການ​ໃຫຍ່ ບຸນ​ຍັງ ວໍ​ລະ​ຈິດ ພ້ອມ​ກັບ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ຂອງ​ພັກ ແລະ ລັດ​ລາວ ໄດ້​ໄປ​ວາງ​ພວງ​ມາ​ລາ​ຢ​ູ່​ອະ​ນຸ​ສາ​ວະ​ລີ​ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ທີ່​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຢ້ຽມ​ສູ້​ສານ​ປະ​ທານ​ໂຮ່​ຈິ​ມິນ.

ຂ່າວ/ບົດ​ອື່ນ