ທ່ານເລຂາທິການໃຫຍ່ພົບປະກັບຜູ້ມີສິດເລືອກຕັ້ງເມືອງຮາຍບ່າຈຶງ,ຮ່າໂນ້ຍ

(VOVWORLD) - ຕອນເຊົ້າວັນທີ 23/6, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ, ໄດ້ພົບປະກັບຜູ້ມີສິດເລືອກຕັ້ງເມືອງ ຮາຍບ່າຈຶງ, ຮ່າໂນ້ຍ.
ທ່ານເລຂາທິການໃຫຍ່ພົບປະກັບຜູ້ມີສິດເລືອກຕັ້ງເມືອງຮາຍບ່າຈຶງ,ຮ່າໂນ້ຍ - ảnh 1 ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ພົບປະກັບຜູ້ມີສິດເລືອກຕັ້ງເມືອງ ຮາຍບ່າຈຶງ (ພາບ: vietnamnet)


ນະທີ່ນີ້, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໃຫ້ຮູ້ວ່າ, ກອງປະຊຸມສະໄໝສາມັນເທື່ອທີ 3 ສະພາແຫ່ງຊາດຊຸດທີ 14 ໄດ້ປະສົບຜົນສຳເລັດຢ່າງຈົບງາມ. ພິເສດ, ກອງປະຊຸມຄັ້ງນີ້ໄດ້ຮັບຮອງເອົາປະມວນກົດໝາຍອາຍາ. ນອກນັ້ນສະພາແຫ່ງຊາດຍັງໄດ້ປຶກສາຫາລື, ປະກອບຄວາມເຫັນໃສ່ບັນດາບັນຫາຫຍຸ້ງຍາກ, ສຳຄັນອື່ນໆອີກ. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ, ຖືວ່າບັນດາບັນຫາພາຍຫຼັງຖືກຍົກອອກມາຊັກຖາມຕ້ອງມີການປ່ຽນແປງ, ຫັນປ່ຽນຢ່າງຕັ້ງໜ້າໃນພາກຕົວຈິງ.

        “ສິ່ງສຳຄັນແມ່ນໃນໄລຍະຈະມາເຖິງຕ້ອງນຳເອົາມະຕິເຂົ້າໃນຊີວິດການເປັນຢູ່ຄືແນວໃດ, ບັນດາສິ່ງທີ່ໄດ້ໝັ້ນໝາຍແລ້ວນັ້ນແມ່ນສາມາດປະຕິບັດໄດ້ບໍ, ຈະສືບຕໍ່ຕິດຕາມກວດກາອີກຫຼືບໍ? ຄວາມເປັນຫ່ວງຂອງຜູ້ມີສິດເລືອກຕັ້ງກໍ່ແມ່ນຄວາມເປັນຫ່ວງຂອງພວກຂ້າພະເຈົ້າ ແລະ ພວກເຮົາເວົ້າຫຼາຍກ່ຽວກັບສິ່ງດັ່ງກ່າວ. ສິ່ງສຳຄັນແມ່ນມີການຫັນປ່ຽນໃນພາກຕົວຈິ່ງແຫ່ງການດຳລົງຊີວິດໄດ້ຫຼືບໍ…ນັ້ນຈຶ່ງແມ່ນສິ່ງທີ່ຕ້ອງການ“.

        ຕອນບ່າຍຂອງວັນດຽວກັນ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ, ໄດ້ມີການພົບປະກັບຜູ້ມີສິດເລືອກຕັ້ງເມືອງ ບາດິ່ງ, ຮ່າໂນ້ຍ.


ຕອບກັບ

ຂ່າວ/ບົດ​ອື່ນ