ທ່ານເລຂາທິການໃຫຍ່ສປຊຮຽກຮ້ອງແກ້ໄຂທຸກຄວາມບໍ່ລົງລອຍກັນຢູ່ອາຊີຜ່ານການເຈລະຈາ

ທ່ານເລຂາທິການໃຫຍ່ສປຊຮຽກຮ້ອງແກ້ໄຂທຸກຄວາມບໍ່ລົງລອຍກັນຢູ່ອາຊີຜ່ານການເຈລະຈາ - ảnh 1
ທ່ານ​ເລຂາທິການ​ໃຫຍ່ ສປຊ Ban ki Moon
photo:internet


(vovworld) - ວັນ​ທີ 21/5, ກ່າ​ວຄຳ​ເຫັນ​ທີ່​ກອງ​ປະຊຸມ​ສຸດຍອດ​ຄັ້ງ​ທີ 4 ກ່ຽວ​ກັບ​ການ​ປະສານ​ສົມທົບ​ການ​ກະທຳ ​ແລະ ບັນດາ​ມາດ​ຕະການ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຢູ່ ອາຊີ (CICA), ຊື່​ງດຳ​ເນີ​ນ​ໄປຢູ່ ຊຽງ​ໄຮ່​ປະ​ເທດ ຈີນ, ທ່ານ​ເລຂາທິການ​ໃຫຍ່ ສປຊ Ban ki Moon ຮຽກຮ້ອງ​ບັນດາ​ປະ​ເທດ ຢູ່ ອາຊີ ຈົ່ງ​ແກ້​ໄຂ​ຄວາມ​ບໍ່​ລົງ​ລອຍ​ກັນ​ຜ່ານ​ການ​ເຈລະຈາ, ຮ່ວມ​ມື​ບົນ​ພື້ນຖານ​ບັນດາ​ຜົນ​ປະ​ໂຫຍ​ດລວມຂອງ​ທ່ົວ​ທະ​ວີ​ບ ​ແລະ ​ໂລກ. ທ່ານ Ban ki Moon ​ໄດ້​ຮັບ​ຮູ້​ວ່າ: ອະນາຄົດ​ຂອງ​ໂລກ​ແມ່ນ​ອີ​ງ​ໃສ່​ສ່ວນ​ຫລາຍ​ຈາກ ອາຊີ, ​ແຕ່​ທ່ານ ສະ​ແດງ​ຄວາມ​ວິຕົກ​ກັງວົນ​ຕໍ່​ສະພາບ​ການ​ຢູ່ ​ທະວີບ​ນີ້​ພວມ​ຜັນ​ແປ​ໄປ ​ແລະ ຊ້ອນ​ແຝງ​ບັນດາ​ການ​ປະ​ທະ​ກັນ​ໃຫຍ່. ທ່ານ Ban ki Moon ຮຽກຮ້ອງ​ບັນດາ​ປະ​ເທດ​ອາຊີ ​ເຈລະຈາ​ເພ່ືອ​ແກ້​ໄຂ​ຄວາມ​ບໍ່​ລົງ​ລອຍ​ກັນ.

 

 

 

 

ຂ່າວ/ບົດ​ອື່ນ