ທ່ານເລຂາທິການໃຫຍ່ຫງວຽນຟູຈ້ອງຕ້ອນຮັບຫົວຫນ້າຄະນະຜູ້ແທນຂອງບັນດາພັກເຂົ້າຮ່ວມງານພົບປະ

ທ່ານເລຂາທິການໃຫຍ່ຫງວຽນຟູຈ້ອງຕ້ອນຮັບຫົວຫນ້າຄະນະຜູ້ແທນຂອງບັນດາພັກເຂົ້າຮ່ວມງານພົບປະ - ảnh 1
ທ່ານ​ເລ​ຂາ​ທິ​ການ​ໃຫຍ່  ຫງວຽນ​ຟູ​ຈ້ອງ  ແລະ ຫົວ​ຫນ້າ​ຄະ​ນະ​​ບັນ​ດາ​ພັກ​ເຂົ້າ​ຮ່ວ​ມ​ງານ​ພົບ​ປະ
ພາບ:dangcongsan

(vovworld)- ຕອນ​ບ່າຍ​ວັນ​ທີ 29/10 ຢູ່ ຮ່າ​ໂນ້ຍ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່  ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຫງວຽນ​ຟູ​ຈ້ອງ ໄດ້​ຕ້ອນ​ຮັບ​ຫົວ​ຫນ້າ​ຄະ​ນະ​ຜູ້​ແທນ​ບັນ​ດາ​ພັກ​ເຂົ້າ​ຮ່ວມ​ງານ​ພົບ​ປະ​ບັນ​ດາ​ພັກ​ກອມ​ມູ​ນິດ ແລະ ກຳ​ມະ​ກອນ​ສາ​ກົນ​ຄັ້ງ​ທີ 18 ຊື່ງ​ຖືກ​ຈັດ​ຂຶ້ນ​ຢູ່​ຮ່າ​ໂນ້ຍ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽ​ນ​ຟູ​ຈ້ອງ ຕີ​ລາ​ຄາ​ສູງ​ຫົວ​ເລື່ອງ ແລະ ບັນ​ດາ​ເນື້ອ​ໃນ​ປຶກ​ສາ​ຫາ​ລື​ທີ່​ງານ​ພົບ​ປະ​ຄັ້ງ​ນີ້ ແລະ ຖື​ວ່າ: ໃນ​ສະ​ພາບ​ການ​ປະ​ຈຸ​ບັນ, ການ​ເພີ່ມ​ທະ​ວີ​ແລກ​ປ່ຽນ​ຂໍ້​ມູນ​ຂ່າວ​ສານ, ແບ່ງ​ປັນ​ບົດ​ຮຽນ ແລະ ປັບ​ປຸງ​ຄວາມ​ສາ​ມັກ​ຄີ, ເອ​ກະ​ພາບ, ຍູ້​ແຮງ​ການ​ປະ​ສານ​ສົມ​ທົບ​ລະ​ຫວ່າງ​ບັນ​ດາ​ພັກ​ກອມ​ມູ​ນິດ ແລະ​ກຳ​ມະ​ກອນ​ໃນ​ການ​ຕໍ່​ສູ້​ເພື່ອ​ເປົ້າ​ໝາຍ​ລວມ​ແມ່ນ​ມີ​ຄວາມ​ຈຳ​ເປັນ​ທີ່​ສຸດ.  ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຢືນ​ຢັນ​ວ່າ: ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຍາມ​ໃດ​ກໍ​ຢືດ​ໝັ້ນ​ຈຸດ​ໝາຍ​ເອ​ກະ​ລາດ​ຂອງ​ຊາດ​ແມ່ນ​ຕິດ​ພັນ​ກັບ​ສັງ​ຄົມ​ນິ​ຍົມ. ບັນ​ດາ​ຜູ້​ແທນ​ສາ​ກົນ​ສະ​ແດງ​ຄວາມ​ນິ​ຍົມ​ນັບ​ຖື​ສຳ​ລັບ​ພາ​ລະ​ກິດ​ຕໍ່​ສູ້​ປົດ​ປ່ອຍ​ຊາດ​ຂອງ​ປະ​ຊາ​ຊົນ​ຫວຽດ​ນາມ, ປະ​ທານ​ໂຮ່​ຈິ​ມີນ ແລະ ພັກ​ກອ​ມ​ມູ​ນິດ​ຫວຽດ​ນາມ; ຊົມ​ເຊີຍ ແລະ ຖື​ບັນ​ດາ​ຜົນ​ງານ​ຂອງ​ກິດ​ຈະ​ການ​ປ່ຽນ​ແປງ​ໃຫມ່​ກ້າວ​ຂຶ້ນ​ສັງ​ຄົມ​ນິ​ຍົມ ພາຍ​ໃຕ້​ການ​ຊີ້​ນຳ​ນຳ​ພາ​ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ໃນ 30 ປີ​ຜ່ານ​ມາ​ແມ່ນ​ມີ​ຄວາມ​ໝາຍ​ສຳ​ຄັນ​ຍິ່ງ, ແມ່ນ​ແຫລ່ງ​ລະ​ດົມ​ກຳ​ລັງ​ອັນ​ໃຫຍ່​ຫລວງ​ສຳ​ລັບ​ຂະ​ບວນ​ການກອມ​ມູ​ນິດ ແລະ ກຳ​ມະ​ກອນ​ສາ​ກົນ​ປະ​ຈຸ​ບັນ. 


ຕອບກັບ

ຂ່າວ/ບົດ​ອື່ນ