ທ່ານເລຂາທິການໃຫ່ຍຫງວຽນຟູຈ້ອງພົບປະກັບການນຳສະພາແຫ່ງຊາດແບນຊິກ

ທ່ານເລຂາທິການໃຫ່ຍຫງວຽນຟູຈ້ອງພົບປະກັບການນຳສະພາແຫ່ງຊາດແບນຊິກ - ảnh 1

ທ່ານ​ເລຂາທິການ​ໃຫ່ຍຫງວຽນ​ຟູ​ຈ້ອງ

ທີ່​ການພົບປະ​ກັບ​ປະທານ​ສະພາ​ສູງ ​ແລະ ສະພາ​ຕ່ຳ​ແບນ​ຊິກ

(ພາບ: vov.vn)

(vovworld)- ສືບ​ຕໍ່​ການ​ໄປ​ຢ້ຽມຢາມ​ລາຊະ​ອານາຈັກ​ແບນ​ຊິກ ຢ່າງ​ເປັນ​ທາງ​ການ, ວັນ​ທີ 18/1,  ​ທ່ານ​ເລຂາທິການ​ໃຫ່ຍຫງວຽນ​ຟູ​ຈ້ອງ ​ໄດ້​ພົບ​ປະ​ກັບ​ທ່ານ Andre Flahaut ປະທານ​ສະພາ​ຕ່ຳ​ແບນ​ຊິກ ​ແລະ ທ່ານ​ນາງປະທານ​ສະພາ​ສູງ​ແບນ​ຊິກ  Baronne De Bethune. ທີ່​ການ​ພົບ​ປະ​ກັບທ່ານ​ເລຂາທິການ​ໃຫ່ຍຫງວຽນ​ຟູ​ຈ້ອງ, ທ່ານປະທານ​ສະພາ​ຕ່ຳ​ແບນ​ຊິກ Andre Flahaut ​ເນັ້ນໜັກ​ວ່າ:

   “ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ລັດຖະສະພາ​ສອງ​ປະ​ເທດ​ແມ່ນ​ໂອກາດ​ໃຫ້​ພວກ​ເຮົາ​ແລກປ່ຽນ​ບັນ​ດາ​ບັນຫາ​ລັດຖະທຳ​ມະນູນ ກໍ່​ຄື​ເລື່ອງ​ສອງ​ປະ​ເທດ​ຕ້ອງ​ສ້າງ​ບັນດາ​ເອກະສານ​ດ້ານ​ກົດໝາຍ​ສອດຄ່ອງ​ກັບ​ການ​ພັດທະນາ​ເສດຖະກິດ​ສັງຄົມ. ການ​ຢ້ຽມຢາມ​ແບນ​ຊິກ​ ຂອງ​ທ່ານ​ແມ່ນ​ຂີດ​ໝາຍ​ແຫ່ງ​ປະ​ຫວັດ​ສາດ​ໃໝ່​ໃນ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ“.

​ ທ່ານ​ເລຂາທິການ​ໃຫ່ຍຫງວຽນ​ຟູ​ຈ້ອງ ຢືນຢັນ​ວ່າ ຫວຽດນາມ ຖື​ເປັນ​ສຳຄັນ ​ແລະ ປາດ​ຖະໜາ​ຢາກ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຮອບດ້ານ​ກັບ​ແບນ​ຊິກ ຊື່​ງ​ແມ່ນ​ປະ​ເທດ​ມີ​ບົດບາດ ​ແລະ ທີ່​ຕັ້ງສຳຄັນ​ຢູ່​ເອີ​ລົບ ​ແລະ ​ໃນ​ໂລກ, ​ແມ່ນ​ຄູ່​ຮ່ວມ​ມື​ສຳຄັນ​ຂອງ​ຫວຽດນາມ​ ໃນ​ສະຫະພາບ​ເອີ​ລົບ. ກ່ຽວ​ກັບ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ, ​ທ່ານ​ເລຂາທິການ​ໃຫ່ຍຫງວຽນ​ຟູ​ຈ້ອງ ຢືນຢັນ​ວ່າ:

  “ນີ້​ແມ່ນ​ການ​ພົວພັນ​ໄດ້​ຮັບ​ການ​ທົດ​ສອບ​ຜ່ານ​ວັນ​ເວລາ, ຜ່ານ​ຫຼາ​ຍ​ໄລຍະ​ພັດທະນາ​ໃນ​ປະຫວັດສາດ​ຂອງ​ແຕ່ລະ​ປະ​ເທດ. ປະຈຸ​ບັນ, ການ​ພົວພັນ​ລະຫວ່າງ​ຫວຽດນາມ-​ແບນ​ຊິກ ​ໄດ້​ຮັບ​ການ​ພັດທະນາ​ໃນ​ລະດັບ​ສູງ​ໃໝ່. ການ​ຢ້ຽມຢາມ​​ແບນ​ຊິກ ​ແລະ ສະຫະພາບ​ເອີ​ລົບ ຂອງ​ຂ້າພະ​ເຈົ້າ ​ແລະ ຄະນະ​ຜູ້​ແທນ​ຂັ້ນສູງ​ຫວຽດນາມ ຄັ້ງນີ້ ກໍ່​ເພື່ອ​ຈຸດປະສົງ​ຂອບ​ອົກ​ຂອບ​ໃຈ​ບັນດາ​ອາລົມ​ຈິດ​ຄວາມ​ຮັກ​ແພງ, ການ​ຊ່ວຍ​ເຫຼືອ​ທີ່​ມີ​ປະສິດທິ​ຜົນ, ລ້ຳຄ່າ​ຂອງ​ປະຊາຊົນ​ແບນ​ຊິກ​ ໃນ​ຕະຫຼອດ​ຊຸມ​ເດືອນ​ປີຜ່ານມາ, ນັບ​ທັງ​ໄລຍະ​ເວລາ​ພວກ​ຂ້າພະ​ເຈົ້າປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ທີ່​ສຸດ“.

      ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ນຳ​ກັນວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ, ​ຕ້ອງ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ສະພາ​ແຫ່​ງຊາດຢ່າງ​ແທດ​ຈິງ, ນຳ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ເຂົ້າສູ່​ລວງ​ເລິກ, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ປີ 2013, ສອງ​ປະ​ເທດ​ຈະ ສະ​ເຫຼີ​ມສະຫຼອງ​ 40 ປີ​ແຫ່ງ​ວັນ​ສ້າງຕັ້ງສາຍ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ສອງ​ປະ​ເທດ. ຜ່ານ​ນັ້ນ ​ໄດ້​ສ້າງ​ທ່ວງທ່າ​ເພື່ອ​ໃຫ້ການ​ພົວພັນ​ດ້ານ​​ເສດຖະກິດ, ການ​ຄ້າ, ການ​ລົງທຶນ​ພັດທະນາ​ຢ່າງ​ແຮງ​ໃນ​​ໄລຍະ​ຈະ​ມາ​ເຖິງ ກໍ່​ຄື​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ໃນ​ບັນດາ​ເວທີ​ປາ​ໄສ​ສາກົນ.

ຂ່າວ/ບົດ​ອື່ນ