ທ່ານເລຂາທິການໃຫ່ຍຫງວຽນຟູຈ້ອງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງບິ່ງເຢືອງ

ທ່ານເລຂາທິການໃຫ່ຍຫງວຽນຟູຈ້ອງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງບິ່ງເຢືອງ - ảnh 1

ທ່ານຫງວຽນຟູຈ້ອງຢ້ຽມຢາມເຂດອຸດສາຫະກຳຫວຽດນາມ-ສິງກະໂປ

(ພາບ:vov.vn)

(vovworld)- ຕອນ​ບ່າຍວັນ​ທີ 13/4, ທີ່​ການ​ເຮັດ​ວຽກ​ກັບ​ການ​ນຳ​ແຂວງ​ບິ່ງ​ເຢືອງ, ທ່ານ​ເລຂາທິການ​ໃຫ່ຍຫງວຽນ​ຟູ​ຈ້ອງ​ ​ໄດ້​ຍອ້ງຍໍ​ຊົມ​ເຊີຍ​ການ​ເປັນ​ເຈົ້າການ, ມີ​ຫົວຄິດ​ປະດິດ​ສ້າງ, ກ້າ​ຄິດ​ກ້າ​ທຳ, ​ເສີມ​ຂະຫຍາຍ​ນ້ຳໃຈ​ສາມັກຄີ, ປະຊາທິປະ​ໄຕ​ຂອງ​ແຂວງ​ໃນ​ການ​ປະຕິບັດ​ບັນດາ​ໜ້າ​ທີ່​ພັດທະນາ​ເສດຖະກິດ, ຂຸດ​ຄົ້ນທ່າ​ໄດ້​ປຽບ​ຄວາມ​ສາມາດ​ບົ່ມ​ຊ້ອນ​ດ້ານ​ພູມ​ມີ​ປະ​ເທດ, ຊັບພະຍາກອນ​ທີ່​ດິນ, ​ເສີມ​ຂະຫຍາຍ​ປັດ​ໄຈ​ມະນຸດ​ຢ່າງ​ມີ​ປະສິດທິ​ຜົນ. ທ່ານ​ເລຂາທິການ​ໃຫ່ຍຫງວຽນ​ຟູ​ຈ້ອງ​ ສະ​ເໜີ​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ, ບິ່ງ​ເຢືອງ ຕ້ອງ​ເອົາ​ໃຈ​ໃສ່​ພັດທະນາ​ຢ່າງ​ໄວວາ​ແຕ່​ຕ້ອງ​ມີ​ຄວາມ​ໜັກ​ແໜ້ນ, ໝັ້ນຄົງ:

   “​ມີ​ຫຼາຍ​ປັດ​ໄຈ​ເພື່ອ​ເວົ້າກ່ຽວ​ກັບ​ການພັດທະນາ​ແບບ​ຍືນ​ຍົງ. ນັ້ນ​ແມ່ນ​ບັນຫາ​ສັງຄົມ, ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ວາງ​ແຜນຜັງ, ຄຸ້ມ​ຄອງ​ທີ່​ດິນ, ສົມທົບ​ກັບ​ການ​ກໍ່ສ້າງ​ຊົນນະບົດ, ຮັກສາຄວາ​ມສະຫງົບ​ປອດໄພ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ໃນ​ບໍລິ​ເວນ. ຖ້າ​ພຽງ​ແຕ່​ເອົາ​ໃຈ​ໃສ່​ເຖິງການເຕີບ​ໂຕ, ຈີ​ດີ​ພີ, ຕາມ​ຂອບ​ຂະໜາດ ​ແຕ່​ຂາດປັດ​ໄຈ​ໃດ​ໜຶ່ງ​ຈະ​ບໍ່​ພັດທະນາ​ແບບ​ຍືນ​ຍົງ​ໄດ້“.

  ທ່ານ​ເລຂາທິການ​ໃຫ່ຍຫງວຽນ​ຟູ​ຈ້ອງ​ ສະ​ເໜີ​ໃຫ້​ແຂງ​ບິ່ງ​ເຢືອງ ຈົ່ງ​ເອົາ​ໃຈ​ໃສ່​ຊອກ​ຫາ​ມາດ​ຕະການ​ແກ້​ໄຂ​ການ​ເພີ່ມ​ພົນລະ​ເມືອງ ພ້ອມ​ທັງ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ບຳລຸງ​ສ້າງ​ແຫຼ່ງ​ຊັບພະຍາກອນ​ມະນຸດ, ​ໂດຍ​ສະ​ເພາະ​ແມ່ນຊັບພະຍາ ກອນ​ມະນຸດມີ​ຄຸນ​ນະພາ​ບສູງ.

ຂ່າວ/ບົດ​ອື່ນ