ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງເຂົ້າຮ່ວມພິທີສະເຫຼີມສະຫຼອງ 60 ປີແຫ່ງວັນມູນເຊື້ອຂະແໜງກໍ່ສ້າງຫວຽດນາມ

(VOVWORLD) -ຕອນເຊົ້າວັນທີ 27 ເມສາ, ຢູ່ສູນກອງປະຊຸມແຫ່ງຊາດ, ກະຊວງກໍ່ສ້າງຫວຽດນາມ ໄດ້ຈັດພິທີສະເຫຼີມສະຫຼອງ 60 ປີແຫ່ງວັນມູນເຊື້ອຂະແໜງກໍ່ສ້າງ (29 ເມສາ 1958 – 29 ເມສາ 2018) ແລະ ຕ້ອນຮັບຫຼຽນໄຊແຮງງານຊັ້ນໜຶ່ງ. ເຂົ້າຮ່ວມພິທີມີທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງ, ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ.
ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງເຂົ້າຮ່ວມພິທີສະເຫຼີມສະຫຼອງ 60 ປີແຫ່ງວັນມູນເຊື້ອຂະແໜງກໍ່ສ້າງຫວຽດນາມ - ảnh 1 (ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ກ່າວຄຳເຫັນທີ່ພິທີ)

ກ່າວຄຳເຫັນທີ່ພິທີ, ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ໄດ້ຍ້ອງຍໍຊົມເຊີຍບັນດາຜົນງານທີ່ບັນລຸໄດ້ ແລະ ຄວາມມານະພະຍາຍາມຂອງທົ່ວຂະແໜງກໍ່ສ້າງໃນໄລຍະ 60 ປີຜ່ານມາ ແລະ ເນັ້ນໜັກວ່າ, ຂະແໜງກໍ່ສ້າງຄວນພັດທະນາກຳລັງຄວາມສາມາດຂອງຂະແໜງກໍ່ສ້າງໃຫ້ບັນລຸລະດັບກ້າວໜ້າ, ສຳຜັດ ແລະ ເປັນເຈົ້າດ້ານວິທະຍາສາດ, ເຕັກໂນໂລຊີ - ເຕັກນິກ, ຕອບສະໜອງຄວາມຮຽກຮ້ອງຕ້ອງການກໍ່ສ້າງຢູ່ພາຍໃນປະເທດ; ມີຄວາມສາມາດແກ່ງແຍ້ງໃນຕະຫຼາດກໍ່ສ້າງພາກພື້ນ ແລະ ສາກົນ… ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ກ່າວວ່າ.

      “ສືບຕໍ່ສ້າງລະບົບກົດໝາຍ, ກົນໄກ, ນະໂຍບາຍໃຫ້ສົມບູນແບບ ເພື່ອໃຫ້ຕະຫຼາດອະສັງຫາລິມະຊັບເຄື່ອນໄຫວສະດວກ, ມີສະຖຽນລະພາບ, ກະຈ່າງແຈ້ງ, ປະກອບສ່ວນຮັບປະກັນເສດຖະກິດມະຫາພາກໃຫ້ເປັນປົກກະຕິ ແລະ ຊຸກຍູ້ການເຕີບໂຕ. ຕ້ອງຖືວຽກງານພັດທະນາເຮືອນຢູ່ໃຫ້ແກ່ປະຊາຊົນແມ່ນໜຶງໃນບັນດາເສົາຄ້ຳຂອງນະໂຍບາຍຮັບປະກັນຊີວິດສັງຄົມ; ເພີ່ມເຕີມກົນໄກ, ນະໂຍບາຍສົ່ງເສີມທຸກພາກສ່ວນເສດຖະກິດເຂົ້າຮ່ວມ, ສ້າງບາດກ້າວຫັນປ່ຽນຢ່າງແຮງໃນການກໍ່ສ້າງເຮືອນຢູ່ໃຫ້ແກ່ຄົນທຸກຍາກຢູ່ເຂດຕົວເມືອງ ແລະ ຊົນນະບົດ, ເຮືອນຢູ່ໃຫ້ແກ່ກຳມະກອນຢູ່ເຂດອຸດສາຫະກຳ”.

      ທີ່ພິທີ, ໂດຍຕາງໜ້າໃຫ້ການນຳພັກ, ລັດ, ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ໄດ້ມອບຫຼຽນໄຊແຮງງານຊັ້ນໜຶ່ງ, ເຊິ່ງເປັນຂອງຂວັນອັນສູງສົ່ງຂອງພັກ, ລັດ ໃຫ້ແກ່ຂະແໜງກໍ່ສ້າງ, ຮັບຮູ້ບັນດາການປະກອບສ່ວນອັນໃຫຍ່ຫຼວງຂອງຂະແໜງໃນພາລະກິດສ້າງສາ ແລະ ພັດທະນາປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ