ນັກຊ່ຽວຊານ ລັດເຊຍ ເຊີດຊູຫຼັກໝັ້ນຂອງ ຫວຽດນາມ ຕໍ່ບັນຫາທະເລຕາເວັນອອກ

(VOVWORLD) - ນັກຊານ Trofimchuk ໄດ້ເນັ້ນໜັກວ່າ ຫຼັກໝັ້ນບໍ່ປ່ຽນແປງ ແລະ ທັດສະນະ ແກ້ໄຂບັນຫາສັນຕິພາບ ບັນດາການຂັດແຍ້ງກັນຜ່ານການເຈລະຈາຢູ່ທະເລຕາເວັນອອກຂອງ ຫວຽດນາມ
ນັກຊ່ຽວຊານ ລັດເຊຍ ເຊີດຊູຫຼັກໝັ້ນຂອງ ຫວຽດນາມ ຕໍ່ບັນຫາທະເລຕາເວັນອອກ - ảnh 1ລາຍການຂ່າວກ່ຽວກັບທະເລຕາເວັນອອກຂອງ ຊ່ອງຂ່າວ Avrova
(ພາບ:Quang Vinh/TTXVN )

ໃນລາຍການວິພາກວິຈານກ່ຽວກັບທະເລຕາເວັນອອກ ໂດຍຊ່ອງຂ່າວ Avrova ຈັດຕັ້ງຢູ່ນະຄອນຫຼວງ ມົດສະກູ, ປະເທດ ລັດເຊຍ, ນັກຊ່ຽວຊານສະຖານະການການເມືອງສາກົນ ຊາວລັດເຊຍ, ປະທານສະພາຊ່ຽວຊານກອງທຶນ ຄົ້ນຄວ້າວິທະຍາສາດ  ອາຊີ-ເອີຣົບ, ທ່ານ Grygpry Trofimchuk, ເຊີດຊູຫຼັກໝັ້ນຂອງ ຫວຽດນາມ ກ່ຽວກັບບັນຫາທະເລຕາເວັນອອກ. ນັກຊານ Trofimchuk ໄດ້ເນັ້ນໜັກວ່າ ຫຼັກໝັ້ນບໍ່ປ່ຽນແປງ ແລະ ທັດສະນະ ແກ້ໄຂບັນຫາສັນຕິພາບ ບັນດາການຂັດແຍ້ງກັນຜ່ານການເຈລະຈາຢູ່ທະເລຕາເວັນອອກຂອງ ຫວຽດນາມ, ຕອບສະໜອງຄວາມຕ້ອງການທີ່ໝັ້ນຄົງ  ແລະ ປອດໄພຢູ່ ອາຊີຕາເວັນອອກສ່ຽງໃຕ້. ທ່ານໃຫ້ຮູ້ວ່າ ບັນດາປະເທດຕ້ອງແກ້ໄຂບັນດາການຂັດແຍ້ງກັນຢູ່ທະເລຕາເວັນອອກຜ່ານການເຈລະຈາ.

        ທ່ານ Grygpry Trofimchuk ຢືນຢັນວ່າ ສົນທິສັນຍາ ສະຫະປະຊາຊາດ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982 ໄດ້ກຳນົດລະບຽບການນິຕິກຳ ຂອງທະເລໃນທົ່ວໂລກ, ພ້ອມກັບຖະແຫຼງການກ່ຽວກັບການປະພຶດ ຂອງບັນດາຝ່າຍຢູ່ ທະເລຕາເວັນອອກ (DOC). ກ້າວໄປເຖິງລົງນາມໃນກົດແຫ່ງການປະພຶດຢູ່ຂອງບັນດາຝ່າຍ ທະເລຕາເວັນອອກອອກ (COC), ນີ້ແມ່ນບັນດາເອກະສານນິຕິກຳສຳຄັນ ໃນຂະບວນວິວັດແຫ່ງການເຈລະຈາສັນຕິພາບ ແກ້ໄຂບັນດາການຂັດແຍ້ງທີ່ມີຢູ່ໃນປະຈຸບັນ.

ຕອບກັບ

ຂ່າວ/ບົດ​ອື່ນ