ນັກຊ່ຽວຊານໂຮນລັງ ສະເໜີບັນດາມາດຕະການ ຕ້ານດິນເຊາະເຈື່ອນຢູ່ແຄມຝັ່ງທະເລ ເກື໋ອດ້າຍ

(VOVWORLD) - ໃນຂອບເຂດການຢ້ຽມຢາມຫວຽດນາມ,ວັນທີ 10 ເມສາ, ທ່ານນາງ Cora van Nieuwenhuizen, ລັດຖະມົນຕີກະຊວງພື້ນຖານໂຄງລ່າງ ແລະ ຄຸ້ມຄອງນໍ້າ ໂຮນລັງ, ພ້ອມດ້ວຍ ທ່ານ ເຈິ່ນຮົ່ງຮ່າ ລັດຖະມົນຕີກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມຫວຽດນາມ ໄດ້ລົງໄປສໍາຫຼວດແຄມຝັ່ງທະເລ ເກື໋ອດ້າຍ, ນະຄອນໂຮ້ຍອານ, ເຊິ່ງເປັນເຂດທີ່ພວມປະເຊີນໜ້າກັບສະພາບດິນຝັ່ງທະເລເຊາະເຈື່ອນ ຢ່າງຮ້າຍແຮງ.
ນັກຊ່ຽວຊານໂຮນລັງ ສະເໜີບັນດາມາດຕະການ ຕ້ານດິນເຊາະເຈື່ອນຢູ່ແຄມຝັ່ງທະເລ ເກື໋ອດ້າຍ - ảnh 1(ພາບປະກອບ: Vietnam+)

ນະທີ່ນີ້, ບັນດານັກຊ່ຽວຊານໂຮນລັງ ໄດ້ຍົກອອກມາດຕະການປະຕິບັດຕາມ 4 ຂັ້ນຕອນ ເພື່ອຈໍາກັດສະພາບດິນເຊາະເຈື່ອນ ແລະ ຟື້ນຟູທະເລ ເກື໋ອດ້າຍ. ສິ່ງທີ່ເປັນໜ້າສົນໃຈ ແມ່ນ ວິທີການສ້າງກະແສນໍ້າໄຫຼຕາມທໍາມະຊາດ ເພື່ອເອົາຂີ້ຊາຍສ້າງເປັນຝັ່ງ, ສ້າງເກາະທຽມເພື່ອຮັກສາຂີ້ຊາຍ, ພັດທະນາການທ່ອງທ່ຽວ ປະສົມກັບການທັບຖົມຝັ່ງ. ບັນດາວິທີການດັ່ງກ່າວ ອາດຈະປະຕິບັດຕາມແຕ່ລະໄລຍະໃຫ້ເໝາະສົມກັບສະພາບການຕົວຈິງ. ທ່ານນາງ Cora van Nieuwenhuizen ແບ່ງປັນວ່າ:

        “ພວກຂ້າພະເຈົ້າມີປະສົບການຫຼາຍຢ່າງໃນການເຄື່ອນໄຫວແກ້ໄຂບັນຫາດັ່ງກ່າວ ແລະ ການປ່ຽນແປງຂອງດິນຟ້າອາກາດ. ໂຮນລັງ ພ້ອມແລ້ວທີ່ຈະແບ່ງປັນຄວາມຮູ້, ປະສົບການເພື່ອຊ່ວຍຫວຽດນາມໃນບັນຫາຕ້ານດິນຝັ່ງທະເລເຊາະເຈື່ອນຄືໃນປັດຈຸບັນ”.

         ທ່ານລັດຖະມົນຕີ ເຈິ່ນຮົ່ງຮ່າ ຫວັງວ່າ ດ້ວຍການຊ່ວຍເຫຼືອ ແລະ ແບ່ງປັນປະສົບການຂອງບັນດານັກຊ່ຽວຊານໂຮນລັງ, ຝັ່ງທະເລ ເກື໋ອດ້າຍ ຈະໄດ້ຮັບການຟື້ນຟູເທື່ອລະກ້າວ ແລະ ສ້າງເປັນແບບຢາງເພື່ອກໍ່ສ້າງ ແລະ ປົກປັກຮັກສາຝັ່ງທະເລຢູ່ຫວຽດນາມ.


ຕອບກັບ

ຂ່າວ/ບົດ​ອື່ນ