ນັກທຸລະກິດຫວຽດນາມບືນຕົວຂຶ້ນມາດຕະຖານໂລກ

ນັກທຸລະກິດຫວຽດນາມບືນຕົວຂຶ້ນມາດຕະຖານໂລກ - ảnh 1
ເວທີ​ປາ​ໄສ​ນັກທຸລະກິດ ຫວຽດນາມ 2016 ດ້ວຍ​ຫົວ​ຂໍ້​ວ່າ
“ວິ​ສາ​ຫະກິດ ຫວຽດນາມ ບືນ​ຕົວ​ຂຶ້ນ​ເຖິງ​ມາດຕະຖານ​ໂລກ”

(vovworld) - ​ເພື່ອ​ບືນ​ຕົວ​ຂຶ້ນ​ມາດຖານ​ໂລກ, ຄວາມ​ຮຽກຮ້​ອງຕ້ອງການ​ທີ່​ວາງ​ອອກ​ໃຫ້​ບັນດາ​ວິ​ສາ​ຫະກິດ​ແມ່ນ​ຕ້ອງ​ກຳນົດ​ໄດ້​ບັນດາ​ຂົງ​ເຂດ​ດຳ​ເນີນ​ທຸລະ​ກິດ​ຕົ້ນຕໍ, ໝູນ​ໃຊ້​ເຕັກ​ໂນ​ໂລ​ຢີສູງ, ​ເຕັກ​ໂນ​ໂລ​ຢີປອດ​ສານພິດ…​ເພື່ອ​ພັດທະນາ. ນີ້​ແມ່ນ​ຂໍ້​ສັງ​ເກດ​​ເຊິ່ງ​ຜູ້​ແທນ​ຫລາຍ​ທ່ານ​​ໄດ້ຍົກ​ອອກ​ມາ​ຢູ່​ເວທີ​ປາ​ໄສ​ນັກທຸລະກິດ ຫວຽດນາມ 2016 ດ້ວຍ​ຫົວ​ຂໍ້​ວ່າ “ວິ​ສາ​ຫະກິດ ຫວຽດນາມ ບືນ​ຕົວ​ຂຶ້ນ​ເຖິງ​ມາດຕະຖານ​ໂລກ” ຖືກ​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 11/10 ຢູ່ ຮ່າ​ໂນ້ຍ. ທ່ານ ຫວູຕ໋ຽນ​ໂລກ ປະທານ​ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ ຫວຽດນາມ ​ໃຫ້​ຮູ້​ວ່າ: ລັດຖະບານ​ພວມ​ພະຍາຍາມ​ຍົກ​ລະດັບ​ການ​ແກ່ງ​ແຍ້​ງກັບ​ບັນດາ​ພື້ນຖານ​ເສດຖະກິດ ອາ​ຊຽນ ​ແລະ ທົ່ວ​ໂລກ, ດັ່ງ​ນັ້ນ ປະຊາ​ຄົມ​ວິ​ສາ​ຫະກິດ​ກໍ່​ຕ້ອງ​ຍົກ​ລະດັບ, ບຸກທະລຸ ​ເພື່ອ​ຮັບ​ມື​ກັບ​ສະພາບ​ແວດລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸລະ​ກິດ​ໃໝ່. ທ່ານ ຫວູຕ໋ຽນ​ໂລກ ໃຫ້​ຮູ້​ວ່າ:

        “ພວກ​ເຮົາ​ພວມ​ຢືນ​ຢູ່​ຕໍ່ໜ້າ​ການ​ທ້າ​ທາຍ​ໃຫຍ່​ຫລວງ​ທີ່​ສຸດ​ ນັ້ນ​ແມ່ນການຫັນ​ເປັນ​ໂລກາ​ພິວັດ. ກອງ​ປະຊຸມ​ໃຫຍ່​ພັກ​ກອມ​ມູນິດ ຫວຽດນາມ ຄັ້ງ​ທີ 12 ​ໄດ້​ວາງ​ອອກ​ແຜນ​ນະ​ໂຍບາຍ​ປັບປຸງກົນ​ໄກ, ລະບອບ​ການ​ຕະຫລາດ​ຕາມມາດຕະຖານ​ແຖວ​ໜ້າ​​ໂລກ ​ແລະ ລັດຖະບານ​ພວມ​ຕັ້ງໜ້າ​ສ້າງ​ລັດຖະບານຊື່ສັດ​ບໍລິສຸດ ​ແລະ ຕັດສິນ​​ໃຈດຳ​ເນີນ​ການປະຕິ​ຮູບ. ນີ້​ແມ່ນ​ໂອກາດ​ໃຫ້​ປະຊາ​ຄົມ​ວິ​ສາ​ຫະກິດ ຫວຽດນາມ ພິ​ເສດ​ແມ່ນ​ລຸ້ນໜຸ່ມ ຫວຽດນາມ ຈະບຸກທະລຸ​ບືນ​ຕົວ​ຂຶ້ນ.

ຂ່າວ/ບົດ​ອື່ນ