ນັກລົງທຶນຍີ່ປຸ່ນ ແມ່ນໜຶ່ງໃນບັນດາແບບຢ່າງຂອງບັນດານັກລົງທຶນ FDI ຢູ່ຫວຽດນາມ

(VOVWORLD) -ກອງປະຊຸມສົ່ງເສີມການລົງທຶນຫວຽດນາມ ດ້ວຍຫົວຂໍ້ວ່າ: ກາລະໂອກາດໃໝ່, ວິໄສທັດໃໝ່ໃນການລົງທຶນຈາກຕ່າງປະເທດ ຢູ່ຫວຽດນາມ.
ນັກລົງທຶນຍີ່ປຸ່ນ ແມ່ນໜຶ່ງໃນບັນດາແບບຢ່າງຂອງບັນດານັກລົງທຶນ FDI ຢູ່ຫວຽດນາມ - ảnh 1ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ກ່າວຄໍາເຫັນທີ່ກອງປະຊຸມສົ່ງເສີມການລົງທຶນຫວຽດນາມ ດ້ວຍຫົວຂໍ້ວ່າ: ກາລະໂອກາດໃໝ່, ວິໄສທັດໃໝ່ໃນການລົງທຶນຈາກຕ່າງປະເທດ ຢູ່ຫວຽດນາມ ທີ່ໂຕກຽວ (ພາບ: vov.vn)

ຕອນເຊົ້າວັນທີ 10 ຕຸລາ,ຢູ່ນະຄອນຫຼວງ ໂຕກຽວ, ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດ ແມ່ນໍ້າຂອງ - ຍີ່ປຸ່ນ ແລະ ຢ້ຽມຢາມ ຍີ່ປຸ່ນ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມກອງປະຊຸມສົ່ງເສີມການລົງທຶນຫວຽດນາມ ດ້ວຍຫົວຂໍ້ວ່າ: ກາລະໂອກາດໃໝ່, ວິໄສທັດໃໝ່ໃນການລົງທຶນຈາກຕ່າງປະເທດ ຢູ່ຫວຽດນາມ. ກ່າວຄໍາເຫັນຕໍ່ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມຈໍານວນ 1.200 ຄົນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເນັ້ນໜັກວ່າ ຍີ່ປຸ່ນ ແມ່ນຄູ່່ຮ່ວມມືສໍາຄັນຂອງຫວຽດນາມ ແລະກໍ່ເປັນຜູ້ສະໜອງ ທຶນ ODA ຫຼາຍທີ່ສຸດໃຫ້ແກ່ຫວຽດນາມ, ເຊິ່ງຢືນອັນດັບທີສອງກ່ຽວກັບ FDI ແລະ ອັນດັບທີ 4 ກ່ຽວກັບວົງເງິນການຄ້າສອງຝ່າຍ.

        ຫວຽດນາມສົ່ງເສີມບັນດາວິສາຫະກິດລົງທຶນເຂົ້າພື້ນຖານໂຄງລ່າງມີຄຸນນະພາບສູງ ຄື ລະບົບຄົມມະນາຄົມ, ພະລັງງານ, ໂທລະຄົມມະນາຄົມ, ພິເສດແມ່ນພື້ນຖານໂຄງລ່າງເຂດອຸດສາຫະກໍາຕາມບັນດາຮູບການຢ່າງມີໄຫວພິບ. ພ້ອມກັນນັ້ນ, ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍ່ໃຫ້ຮູ້ວ່າ ຫວຽດນາມ ພວມພັດທະນາບັນດາວິສາຫະກິດຂະໜາດໜ້ອຍ ແລະກາງ, ຊຸກຍູ້ການ ເລີ່ມທຸລະກິດ start up, ເຊື່ອມຕໍ່ບັນດາລະບົບສະພາບແວດລ້ອມແຫ່ງການ ເລີ່ມທຸລະກິດ start up ຢູ່ພາກພື້ນ ແລະ ໃນທົ່ວໂລກ, ສົ່ງເສີມບັນດານັກລົງທຶນຈາກຕ່າງປະເທດເຂົ້າມາລົງທຶນໃນວິສາຫະກິດ ເລີ່ມທຸລະກິດ start up ຂອງຫວຽດນາມ ຕາມບັນດາລະບຽບການທີ່ງ່າຍດາຍ ກ່ຽວກັບການ ມອບໂອນທຶນຮອນ ແລະ ຜົນກໍາໄລ ອອກໄປຍັງຕ່າງປະເທດ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວວ່າ:

        “ຕາມການຕີລາຄາຂອງພວກຂ້າພະເຈົ້າແລ້ວ, ບັນດານັກລົງທຶນຍີ່ປຸ່ນຂອງຫວຽດນາມ ພວມໄດ້ຮັບຖືວ່າ ແມ່ນ ໜຶ່ງໃນບັນດາແບບຢ່າງຂອງບັນດານັກລົງທຶນ FDI ຢູ່ຫວຽດນາມ ກ່ຽວກັບຄວາມມານະອົດທົນ, ເຈດຈໍານົງໃນການຕັດສິນໃຈ, ລັກສະນະລະບຽບວິໄນ, ຄວາມສັດຊື່ ແລະນັບທັງລັກສະນະມີປະສິດທິຜົນຂອງການລົງທຶນ. ເງິນລົງທຶນຂອງພວກເພື່ອນ ພວມສວມບົດບາດສໍາຄັນ ແລະ ເຮັດໃຫ້ເພີ່ມກໍາລັງຄວາມສາມາດໃນການແກ້ງແຍ້ງລະຫວ່າງບັນດາແຫຼ່ງເງິນລົງທຶນ FDI ເຂົ້າຫວຽດນາມ. ປັດຈຸບັນ ມີບັນດາກຸ່ມວິສາຫະກິດໃຫ່ຍຂອງຍີ່ປຸນ ພວມມີໜ້າຢູ່ຫວຽດນາມ ດ້ວຍບັນດາຜະລິດຕະພັນທີ່ມີຊື່ສຽງ , ມີລັກສະນະແກ້ງແຍ້ງ, ລະດັບເຕັກນິກທັນສະໄໝ ແລະ ມີການເຂົ້າຮ່່ວມຢ່າງຕັ້ງໜ້າໃນການເຄື່ອນໄຫວສົ່ງອອກ”.

ນັກລົງທຶນຍີ່ປຸ່ນ ແມ່ນໜຶ່ງໃນບັນດາແບບຢ່າງຂອງບັນດານັກລົງທຶນ FDI ຢູ່ຫວຽດນາມ - ảnh 2 ທ່ານ ຫງວຽນຊວນຟຸກ ເປັນສັກຂີພິຍານ ພິທີມອບບັນດາຂໍ້ຕົກລົງຮ່ວມມື ທີ່ໄດ້ລົງນາມກັນລະຫວ່າງ ບັນດາວິສາຫະກິດ, ກະຊວງ, ຂະແໜງການ, ທ້ອງຖິ່ນ ສອງປະເທດ (ພາບ:vov.vn)

      ທີ່ກອງປະຊຸມ, ທ່ານ ຫງວຽນຊວນຟຸກ ໄດ້ເປັນສັກຂີພິຍານ ພິທີມອບບັນດາຂໍ້ຕົກລົງຮ່ວມມື ທີ່ໄດ້ລົງນາມກັນລະຫວ່າງ ບັນດາວິສາຫະກິດ, ກະຊວງ, ຂະແໜງການ, ທ້ອງຖິ່ນ... ສອງປະເທດ ດ້ວຍຍອດມູນຄ່າ ເກືອບ 10 ຕື້ USD.

ນອກຈາກນັ້ນ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ມີການໂອ້ລົມສົນທະນາກັບບັນດາວິສາຫະກິດໃຫຍ່ຂອງຍີ່ປຸ່ນໃນຂົງເຂດ ອຸດສາຫະກໍາໜູນຊ່ວຍ ແລະ ເຕັກໂນໂລຢີສູງ; ຕ້ອນຮັບປະທານທະນາຄານ MUFJ, ປະທານ, ຜູ້ອໍານວຍການໃຫຍ່ບໍລິສັດ Mitsubishi ແລະ ປະທານອົງການການຄ້າ ຍີ່ປຸ່ນ JETRO.

ຕອບກັບ

ຂ່າວ/ບົດ​ອື່ນ