ນັກສືກສາ 100 ຄົນທີ່ດີເດັ່ນໄດ້ຮັບ ລາງວັນ “ດາວເດືອນຈຽງ” ປີ 2014

     ນັກສືກສາ 100 ຄົນທີ່ດີເດັ່ນໄດ້ຮັບ ລາງວັນ “ດາວເດືອນຈຽງ” ປີ 2014  - ảnh 1
ບັນ​ດານັກ​ສຶກ​ສາ​ຍາດ​ໄດ້​ລາງວັນ “ດາວ​ເດືອນ​ຈຽງ” ປີ 2014
(vovworld)- ຕອນ​ເຊົ້າ​ວັນ​ທີ 7/1, ຢູ່​ຮ່າ​ໂນ້ຍ, ສູນ​ກາງ​ສະ​ມາ​ຄົມ​ນັກ​ສຶກ​ສາ​ຫວຽດ​ນາມ​ໄດ້​​ຈັດລາຍ​ການ​ຊົມ​ເຊີຍນັກ​ສຶກ​ສາ​ຍາດ​ໄດ້​ລາງວັນ “ດາວ​ເດືອນ​ຈຽງ” ແລະ “ນັກ​ສຶກ​ສາ 5 ດີ” ຂັ້ນ​ສູນ​ກາງ​ປີ 2014. ປີນີ້, ມີ​ນັກ​ສືກ​ສາ 100 ຄົນ​ທີ່​ດີ​ເດັ່ນ​ໄດ້​ຮັບ ລາງວັນ “ດາວ​ເດືອນ​ຈຽງ”, ໃນ​ນັ້ນ ມີ​ນັກ​ສຶກ​ສາ​ຂັ້ນ​ມະ​ຫາ​ວິ​ທະ​ຍາ​ໄລ 72 ຄົນ ແລະ ນັກ​ສຶກ​ສາ​ຂັ້ນ​ວິ​ທະ​ຍາ​ໄລ 28 ຄົນ. ພິ​ເສດ​ມີ 7 ລາງວັນ “ດາວ​ເດືອນ​ຈຽງ” ແມ່ນ​ໄດ້​ແກ່​ຊາວ​ເຜົ່າ​ສ່ວນ​ໜ້ອຍ. ບັນ​ດາ ລາງວັນ “ດາວ​ເດືອນ​ຈຽງ” ປີນີ້​ແມ່ນ​ໄດ້​ແກ່​ພວກ​ນັກ​ສຶກ​ສາ​ທີ່​ດີ​ເດັ່ນ​ດ້ວຍ​ຜົນ​ງານ​ການ​ຮ່ຳ​ຮຽນ​ທີ່​ດີ​ເດັ່ນ ແລະ ຕ່າງ​ກໍ​ແມ່ນ​ເລ​ຂາ​ໜ່ວຍ​ຊາວ​ໜຸ່ມ, ຫົວ​ໜ້າ​ສະ​ມາ​ຄົມ​ນັກ​ສຶກ​ສາ​ໂຮງ​ຮຽນ​, ຫົວ​ໜ້າ​ຫ້ອງ​ທີ່​ຜົນ​ງານ​ດີ​ເດັ່ນ​ໃນ​ການ​ຮ່ຳ​ຮຽນ. ​

 

 

ຂ່າວ/ບົດ​ອື່ນ