ນະຄອນ ໂຮ່ຈີມິນ ປາດຖະໜາຢາກຊຸກຍູ້ການພົວພັນຮ່ວມມືການຕ່າງປະເທດຮັບໃຊ້ການພັດທະນາເສດຖະກິດ-ສັງຄົມ

(VOVWORLD) -ບັນດາເອກອັກຄະລັດຖະທູດ, ຫົວໜ້າກົງສູນໃຫຍ່ຫວຽດນາມ ປະຈຳຕ່າງປະເທດ ອາຍຸການ 2012 – 2016 ກໍ່ສະແດງຄວາມປາດຖະໜາ, ມານະພະຍາຍາມປະຕິບັດບັນດາເນື້ອໃນວຽກງານການຕ່າງປະເທດໃຫ້ເປັນຢ່າງດີ ຕາມຂໍ້ສະເໜີຂອງທ້ອງຖິ່ນ
ນະຄອນ ໂຮ່ຈີມິນ ປາດຖະໜາຢາກຊຸກຍູ້ການພົວພັນຮ່ວມມືການຕ່າງປະເທດຮັບໃຊ້ການພັດທະນາເສດຖະກິດ-ສັງຄົມ - ảnh 1ທີ່ກອງປະຊຸມແບບທາງໄກ
(ພາບ: TTXVN)

ນະຄອນ ໂຮ່ຈີມິນ ຕ້ອງການແຫຼ່ງກຳລັງຕ່າງປະເທດດ້ານທຶນຮອນ, ພູມປັນຍາ ແລະ ວິທະຍາສາດ-ເຕັກໂນໂລຊີ ເພື່ອປະຕິບັດບັນດາເປົ້າໝາຍພັດທະນາເສດຖະກິດ-ສັງຄົມຂອງນະຄອນ. ນັ້ນແມ່ນຄຳຢືນຢັນຂອງທ່ານ ຫວໍວັນຮວານ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ທີ່ກອງປະຊຸມແບບທາງໄກລະຫວ່າງ 28 ທ່ານຫົວໜ້າອົງການທູຕານຸທູດ ຫວຽດນາມ ປະຈຳຕ່າງປະເທດ ອາຍຸການ 2021 – 2024 ກັບຜູ້ຕາງໜ້າ 19 ທ້ອງຖິ່ນເຂດເສດຖະກິດຈຸດສຸມທາງພາກໃຕ້ ແລະ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ, ເຊິ່ງດຳເນີນໃນຕອນບ່າຍວັນທີ 18 ຕຸລາ.

        ທີ່ກອງປະຊຸມ, ບັນດາເອກອັກຄະລັດຖະທູດ, ຫົວໜ້າກົງສູນໃຫຍ່ຫວຽດນາມ ປະຈຳຕ່າງປະເທດ ອາຍຸການ 2012 – 2016 ກໍ່ສະແດງຄວາມປາດຖະໜາ, ມານະພະຍາຍາມປະຕິບັດບັນດາເນື້ອໃນວຽກງານການຕ່າງປະເທດໃຫ້ເປັນຢ່າງດີ ຕາມຂໍ້ສະເໜີຂອງທ້ອງຖິ່ນ; ໃຫ້ຄຳໝັ້ນສັນຍາສືບຕໍ່ປະຕິບັດສຳເລັດບົດບາດໜ້າທີ່ເຊື່ອມຕໍ່ລະຫວ່າງບັນດາທ້ອງຖິ່ນເຂດເສດຖະກິດຈຸດສຸມທາງພາກໃຕ້, ບັນດາແຂວງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ກັບບັນດາຄູ່ຮ່ວມມືຕ່າງປະເທດໃນຂົງເຂດແລກປ່ຽນຄະນະ, ຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ວິທະຍາສາດເຕັກນິກ, ເຕັກໂນໂລຊີ.

ຕອບກັບ

ຂ່າວ/ບົດ​ອື່ນ