ນະຄອນ ໂຮ່ຈີມິນ ມອບຮັບກິດຈະກຳຍົກລະດັບມັດທະຍົມຕອນປາຍມິດຕະພາບ ວຽນຈັນ - ໂຮ່ຈີມິນ
Quoc Khanh, ນັກຂ່າວ VOV ປະຈຳ ລາວ -  
ພິທີມອບຮັບກິດຈະກຳຍົກລະດັບມັດທະຍົມຕອນປາຍມິດຕະພາບ ວຽນຈັນ - ໂຮ່ຈີມິນ
(ພາບ: tinnhanhviet.com)
(vovworld) - ໃນຂອບເຂດ “ຊຸມວັນນະຄອນ ໂຮ່ຈີມິນ ຢູ່ ວຽງຈັນ”, ວັນທີ 28/6, ຢູ່ນະຄອນຫຼວງ ວຽງຈັນ, ໄດ້ດຳເນີນພິທີມອບຮັບກິດຈະກຳຍົກລະດັບໂຮງຮຽນມັດທະຍົມຕອນປາຍມິດຕະພາບ ວຽນຈັນ - ໂຮ່ຈີມິນ, ເຊິ່ງແມ່ນຂອງຂວັນຂອງນະຄອນ ໂຮ່ຈີມິນ ມອບໃຫ້ນະຄອນຫຼວງ ວຽນຈັນ. ໂຄງການລົງທຶນຍົກລະດັບມັດທະຍົມຕອນປາຍມິດຕະພາບ ວຽງຈັນ - ໂຮ່ຈີມິນ ໄດ້ຮັບການປະຕິບັດດ້ວຍແຫຼ່ງທຶນຊ່ວຍເຫຼືອລ້າຂອງນະຄອນ ໂຮ່ຈີມິນ ໃຫ້ແກ່ ວຽງຈັນ ລວມຍອດຈຳນວນເງິນ 5 ລ້ານ USD. ກ່າວຄຳເຫັນທີ່ພິທີມອບຮັບ, ທ່ານ Le Thanh Hai, ເລຂາຄະນະພັກນະຄອນ ໂຮ່ຈີມິນ ເຊື່ອໝັ້ນວ່າ: ກິດຈະກຳ ຈະປະກອບສ່ວນບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດໃຫ້ແກ່ນະຄອນຫຼວງ ວຽນຈັນ ເວົ້າສະເພາະ ແລະ ປະເທດລາວ ເວົ້າລວມ, ທ່ານສະແດງຄວາມຫວັງວ່າໄວໜຸ່ມ 2 ນະຄອນຈະສູ້ຊົນຮຳ່ຮຽນ ບຳລຸງສ້າງ ຍົກສູງສະຕິຄວາມຮັບຮູ້ເພື່ອສືບຕໍ່ຮັກສາສາຍພົວພັນເຊິ່ງລຸ້ນພໍ່ລຸ້ນອ້າຍຂອງ 2 ປະເທດ ລາວ - ຫວຽດນາມ ໄດ້ເພີ່ມພູນຄູນສ້າງ.
Quoc Khanh, ນັກຂ່າວ VOV ປະຈຳ ລາວ