ນະຄອນຮ່າໂນ້ຍຈັດຕັ້ງບັນດາການເຄື່ອນໄຫວວັດທະນະທຳ, ສິລະປະ ແລະ ກິລາ ຮັບຕ້ອນປີໃໝ່ສາກົນ 2018

(VOVWORLD) -ເພື່ອຮັບຕ້ອນປີໃໝ່ສາກົນ 2018, ພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວນະຄອນຮ່າໂນ້ຍ ໄດ້ສົມທົບກັບບັນດາຫົວໜ່ວຍທີ່ກ່ຽວຂ້ອງ ຈັດຕັ້ງບັນດາການເຄື່ອນໄຫວວັດທະນະທຳ, ສິລະປະ ແລະ ກິລາ
ນະຄອນຮ່າໂນ້ຍຈັດຕັ້ງບັນດາການເຄື່ອນໄຫວວັດທະນະທຳ, ສິລະປະ ແລະ ກິລາ ຮັບຕ້ອນປີໃໝ່ສາກົນ 2018 - ảnh 1 ຮ່າໂນ້ຍຈັດບັນດາການເຄື່ອນໄຫວວັດທະນະທຳ, ສິລະປະ ແລະ ກິລາ

ຕາມນັ້ນແລ້ວ, ໃນຕອນຄ່ຳວັນທີ 31 ທັນວາປີ 2017, ນະຄອນຈະຈັດຕັ້ງບັນດາລາຍການສະແດງສິລະປະ ເພື່ອຕ້ອນຮັບປີໃໝ່ 2018 ຢູ່ຫຼາຍແຫ່ງໃນນະຄອນຫຼວງຮ່າໂນ້ຍ. ພ້ອມກັນນັ້ນ, ກໍໄດ້ດຳເນີນການເຄື່ອນໄຫວໂຄສະນາເຄື່ອນທີ່, ສາຍຟິມຮູບເງົາເອກະສານ, ຈັດງານວາງສະແດງຮູບຖ່າຍ…..ດ້ວຍຫົວຂໍ້ຊົມເຊີຍພັກ, ຊົມເຊີຍລະດູບານໃໝ່, ຕ້ອນຮັບປີໃໝ່ 2018, ສະເຫຼີມສະຫຼອງ 88 ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ…

ຕອບກັບ

ຂ່າວ/ບົດ​ອື່ນ