ນະຄອນໂຮ່ຈິມິນແລະນະຄອນ San Fancisco, ອາເມລິກາມານະພະຍາຍາມນຳການພົວພັນກ້າວເຂົ້າສູ່ລວງເລິກແລະມີປະສິດທິຜົນ

ນະຄອນໂຮ່ຈິມິນແລະນະຄອນ San Fancisco, ອາເມລິກາມານະພະຍາຍາມນຳການພົວພັນກ້າວເຂົ້າສູ່ລວງເລິກແລະມີປະສິດທິຜົນ - ảnh 1
ນະ​ຄອນ​ໂຮ່​ຈິ​ມິນ​ແລະ​ນ​ະ​ຄອນ San Fancisco
ມາ​ນະ​ພະ​ຍາ​ຍາມ​ນຳ​ການ​ພົວ​ພັນ​​ກ້າວເຂົ້າ​ສູ່​ລວງ​ເລິກ​ແລະ​ມີ​ປະ​ສິດ​ທິ​ຜົນ
(ພາບ: TTXVN)


(vovworld) - ​​ຕອນ​ບ່າຍ​ວັນ​ທີ 06/03, ກ່າວ​ຄຳ​ເຫັນ​ທີ່​ການ​ຕ້ອນ​ຮັບ​ທ່ານ Edwin Lee, ເຈົ້າ​ຄອງ​ນະ​ຄອນ San Fancisco, ປະ​ເທດອາ​ເມ​ລິ​ກາ, ທ່ານ ດ​ິງ​ລາ​ທັງ, ເລ​ຂາ​ຄະ​ນະ​ພັກ​ນະ​ຄອນ​ໂຮ່​ຈິ​ມິນ ໃຫ້​ຮູ້​ວ່າ: ຍາມ​ໃດ​ນະ​ຄອນ​ໂຮ່​ຈິ​ມິນ ກໍ່​ປ​າດ​ຖະ​ໜາ ແລະ ພ້ອມ​ແລ້ວ​ທີ່​ຈະ​ຮ່ວມ​ມື​ກັບ​ບັນ​ດາ​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ, ໃນ​ນັ້ນ​ມີ​ບັນ​ດາ​ວິ​ສາ​ຫະ​ກິດ​ San Fancisco ມາ​ລົງ​ທຶນ, ດຳ​ເນີນ​ທຸ​ລະ​ກິດ​ຍາວ​ນານ​ຢູ່​ນະ​ຄອນ. ທ່ານ ດິງ​ລາ​ທັງ ຖື​ວ່າ, ນະ​ຄອນ​ໂຮ່​ຈິ​ມິນ ແລະ San Fancisco ຕ້ອງ​ສ້າງວິ​ໄສ​ທັດ​ຍຸດ​ທະ​ສາດ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ລະ​ຫວ່າງ 2 ນະ​ຄອນ, ຊຸກ​ຍູ້​ນ້ຳ​ໃຈ​ສາ​ມັກ​ຄີ, ຄວາມ​ເຂົ້າ​ໃຈ​ລະ​ຫວ່າງ 2 ຝ່າຍ, ປະ​ກອບ​ສ່ວນ​ປັບ​ປຸງ ແລະ ເພີ່​ມ​ພ​ູນ​ຄ​ູນ​ສ້າງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ 2 ປະ​ເທດ​ຢ່າງ​ແຮງກວ່າ​ອີກ. ສ່ວນ​ທ່ານ Edwin Lee ແບ່ງ​ປັນ​ວ່າ, ບັນ​ດາ​ວິ​ສາ​ຫະ​ກິດ San Fancisco ປາດ​ຖະ​ໜາ​ຢາກ​ແບ່ງ​ປ​ັນ​ບົດ​ຮຽນ ແລະ ເຂົ້າ​ຮ່ວມ​ການ​ລົງ​ທຶນ​ເຂົ້າ​ນະ​ຄອນ​ໂຮ່​ຈິ​ມິນ ໃນ​ບັນ​ດາ​ຂົງ​ເຂດ​ທ່ອງ​ທ່ຽວ, ເຕັກ​ນິກ​ເຕັກ​ໂນ​ໂລ​ຊີ​ສູງ, ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ທາງ​ຄົມ​ມະ​ນາ​ຄົມ ແລະ ໃຫ້​ຄຳ​ໝັ້ນ​ສັນ​ຍາ​​ວ່າ ຈະສ້າງ​ເງື່ອນ​ໄຂ​ດີ​ທີ່​ສຸດ​ໃຫ້​ບັ​ນ​ດາ​ວິ​ສາ​ຫະ​ກິດ​ນະ​ຄອ​ນ​ໂຮ່​ຈິ​ມິນ ຮ່ວມ​ມື​ລົງ​ທຶນ, ສົ່ງ​ເສີມ​ດ້ານ​ການ​ຄ້າ​ຢູ່ San Fancisco.

ຂ່າວ/ບົດ​ອື່ນ