ນະຄອນໂຮ່ຈິມີນແລະແຂວງFlandersຕາເວັນອອກ(ແບນຊິກ)ຮ່ວມມືໃນຂົງເຂດກະສິກຳ

ນະຄອນໂຮ່ຈິມີນແລະແຂວງFlandersຕາເວັນອອກ(ແບນຊິກ)ຮ່ວມມືໃນຂົງເຂດກະສິກຳ - ảnh 1
ທ່າ​ນ​ເລ​ແທງ​ລຽມ, ຮອງ​ປະ​ທານ​ປະ​ຈຳ​​ການຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ​ໂຮ່​ຈິ​ມີນ ແລະ ທ່ານ Geevt Versnick, ຮອງ​ຜູ້​ວ່າ​ການ​ແຂວງ Flanders ຕາ​ເວ​ັນ​ອອກ
ພາບ:dantocmiennui

(vovworld)-  ​ຕອນ​ບ່າຍ​ວັນ​ທີ 5/12, ທ່າ​ນ​ເລ​ແທງ​ລຽມ, ຮອງ​ປະ​ທານ​ປະ​ຈຳ​​ການຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ​ໂຮ່​ຈິ​ມີນ ແລະ ທ່ານ Geevt Versnick, ຮອງ​ຜູ້​ວ່າ​ການ​ແຂວງ Flanders ຕາ​ເວ​ັນ​ອອກ, ລາ​ຊະ​ອາ​ນາ​ຈັກ ແບນ​ຊິກ ໄດ້​ລົງ​ນາມ​ໃນ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ກະ​ສິ​ກຳ​ລະ​ຫວ່າງ​ນະ​ຄອນ​ໂຮ່​ຈິ​ມີນ ແລະ ແຂວງ Flanders ຕາ​ເວ​ັນ​ອອກ ໄລ​ຍະ 2016 -2020. ຕາມນັ້​ນ​ແລ້ວ,ແຂວງ Flanders ຕາ​ເວ​ັນ​ອອກ ແລະ ນະ​ຄອນ ໂຮ່​ຈິ​ມີນ ຈະ​ຮ່ວມ​ມື​ບຳ​ລຸງ​ສ້າງ​ພະ​ນັກ​ງານ, ຖ່າຍ​ທອດ​ດ້ານ​ເຕັກ​ນິກ​ໃນ​ຂົງ​ເຂດ​ກະ​ສິ​ກຳ, ຄົ້ນ​ຄ້​ວາ, ໝູນ​ໃຊ້​ເຕັກ​ນິກ​ໃຫມ່​ໃນ​ຂົງ​ເຂດ​ແນວ​ພັນ​ປູກ​ມີ​ຄຸນ​ນະ​ພາບ​ສູງ ແລະ ຮ່ວມ​ມື​ໃນເຕັກ​ໂນ​ໂລ​ຊີປຸງ​ແຕ່ງ, ຮັກ​ສາ ແລະ​ຫຸ້ມ​ຫໍ່​ຜະ​ລິດ​ຕະ​ພັນ​ກະ​ເສດ​ພາຍ​ຫລັງ​ການ​ເກັບ​ກ່ຽວ. ແຂວງ Flanders ຕາ​ເວ​ັນ​ອອກ ກ​ໍ​ຫນູນ​ຊ່ວຍ​ບັນ​ດາ​ໂຄງ​ການ​ສົ່ງ​ເສີມ​ດ້ານ​ການ​ຄ້າ​ເພື່ອ​ໂຄ​ສະ​ນາ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ​ຂອງ​ນະ​ຄອນ ໂຮ່​ຈິ​ມີນ​ໄປ​ຍັງ​ຕະ​ຫລາດ​ແບນ​ຊິກ ແລະ ອີ​ຢູ.

ກ່າວ​ຄຳ​ເຫັນ​ນະ​ພິ​ທີ, ທ່ານ​ເລ​ແທງ​ລຽມ ຕີ​ລາ​ຄາ​ ເລື່ອງ​ລົງ​ນາມ​ໃນ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​​ແມ່ນສະ​ແດງ​ໃຫ​້​ເຫັນ​ຄວາມ​ປາດ​ຖະ​ຫນາ​ຂອງ​ສອງ​ທ້ອງ​ຖິ່ນ​ໃນ​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ເສດ​ຖະ​ກິດ, ການ​ຄ້າ​ສົມ​ກັບ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ ແລະ ທ່າ​ໄດ້​ປຽບ​ຂອງ​ແຕ່​ລະ​ຝ່າຍ. ນີ້​ແມ່ນ​ພື້ນ​ຖານ​ສ​ຳ​ຄັນ​ເພື່ອ​ໃຫ້​ສອງ​ທ້ອງ​ຖິ່ນ​ເພີ່​ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ພິ​ເສດ​ໃນ​ຂົງ​ເຂດ​ລ້ຽງ​ສັດ, ປູກ​ຝັງ ແລະ ບຳ​ລຸງ​ສ້າງ​ພະ​ນັກ​ງານ​ກະ​ສິ​ກຳ.


ຕອບກັບ

ຂ່າວ/ບົດ​ອື່ນ