ນະໂຍບາຍສຳລັບເຂດຊົນເຜົ່າ,ເຂດພູດອຍຍາມໃດກໍໄດ້ຮັບຄວາມເອົາໃຈໃສ່ຈາກພັກແລະລັດ

ນະໂຍບາຍສຳລັບເຂດຊົນເຜົ່າ,ເຂດພູດອຍຍາມໃດກໍໄດ້ຮັບຄວາມເອົາໃຈໃສ່ຈາກພັກແລະລັດ - ảnh 1
ທ່ານລັດຖະມົນຕີທັງ​ເປັນຫົວໜ້າ​ຄະນະ​ກຳມະການ​ຊົນ​ເຜົ່າ ຢ່າງ​ແຊວ​ຝື ໃນລາຍການ“ ປະຊາຊົນ​ຖາມ​ລັດຖະມົນຕີ​ຕອບ
(ພາບ:VTV online )


(vovworld) - ​ໃນ​ລາຍການ “ ປະຊາຊົນ​ຖາມ​ລັດຖະມົນຕີ​ຕອບ “ ອາທິດ​ຜ່ານ​ມາ, ທ່ານລັດຖະມົນຕີທັງ​ເປັນຫົວໜ້າ​ຄະນະ​ກຳມະການ​ຊົນ​ເຜົ່າ ຢ່າງ​ແຊວ​ຝື ຕອບ​​ຄຳຖາມ​ ​ຂອງ​ປະຊາຊົນ​ທີ່​ກ່ຽວຂ້ອງ​ເຖີງຄວາມ​ຄືບໜ້າ​ໃນ​ການ​ຜັນ​ຂະຫຍາຍ​ນະ​ໂຍບາຍ​ໜູນຊ່ວຍປະຊາຊົນ​ຊົນ​ເຜົ່າສ່ວນໜ້ອຍ, ຢູ່​ເຂດພູດອຍ ​ແລະ ບັນຫາ​ລະດົມ​ທຶນ​ໃນ​ທົ່ວ​ສັງຄົມ, ປະກອບສ່ວນ​ຊ່ວຍ​ເຫຼືອ​ປະຊາຊົນ​ລົບ​ລ້າງ​ຄວາມ​ອຶດ​ຫີ​ວ,ຫຼຸດຜ່ອນ​ຄວາມທຸກ​ຍາກ, ຮັກສາ​ຊີວິດ​ເປັນ​ປົກກະຕິ. ​ໂດຍ​ໄດ້​ຮັບ​ມອບໝາຍໜ້າທີ່ຈາກ​ນາຍົກລັດຖະມົນຕີ, ຄະນະ​ກຳມະການ​ຊົນ​ເຜົ່າຫາ​ກໍ​ເຊັນ​ສັນຍາ​ລົງທຶນ​ອຸປະຖຳຂອງ​ລັດຖະບານ Ai Len ກັບ​ລັດຖະບານ ຫວຽດນາມ, ດ້ວຍ​ຈຳນວນ​ທຶນເກືອບ 15 ລ້ານ ​ເອີ​ໂຣ ​ໄລຍະ 2013 -2015. ທ່ານລັດຖະມົນຕີທັງ​ເປັນຫົວໜ້າ​ຄະນະ​ກຳມະການ​ຊົນ​ເຜົ່າ ຢ່າງ​ແຊວ​ຝື ຢືນຢັນ​ວ່າ, ປີ 2014, ຄະນະ​ກຳມະການ​ຊົນ​ເຜົ່າຈະຈັດ​ແບ່ງແຫຼ່ງຊັບພະຍາກອນ​​​ໃຫ້​ທ້ອງ​ຖິ່ນຕ່າງໆ, ຮັບປະກັນ​​ໃຫ້​ເປົ້າໝາຍຕ່າງໆລ້ວນ​ແຕ່​ໄດ້​ຮັບ​ແຫຼ່ງທຶນໜູນຊ່ວຍ​ດັ່ງກ່າວ.

     “ ປີ 2014, ລັດ​ມີ ສອງ​ໂຄງການ​ຮັບປະກັນ​ແຫຼ່ງຊັບພະຍາກອນ​ຕ່າງໆຕາມ​ແຜນການທີ່​ໄດ້​ວາງ​ອອກ, ​ໃນ​ນັ້ນ​ໂຄງການ​ສຳຄັນ​ແມ່ນ​ຊ່ວຍ​ເຫຼືອປະຊາຊົນ​ບັນດາ​ເຜົ່າ​ຢູ່​ເຂດປະສົບ​ກັບຄວາມ​ຫຍຸ້ງຍາກ​​ເປັນ​ພິ​ເສດຫຼຸດພົ້ນອອກ​ຈາກຄວາມ​ອຶດ​ຫີ​ວ, ທຸກ​ຍາກ, ປະກອບສ່ວນ​ກໍ່​ສ້າງ​ຊົນນະບົດ​ໃໝ່. ແຫຼ່ງຊັບພະຍາກອນຂອງ​ບັນດາ​ອົງການ​ສາກົນ​ກໍ​ຈະ​ໄດ້ຮັບ​ການ​ຜັນ​ຂະຫຍາຍ​ໃນ​ປີ 2014. ”



ຂ່າວ/ບົດ​ອື່ນ