ນາຍົກລັດຖະມົນຕີ Nguyen Tan Dung ຕ້ອນຮັບຄະນະຜູ້ແທນຝລັ່ງ

ນາຍົກລັດຖະມົນຕີ Nguyen Tan Dung ຕ້ອນຮັບຄະນະຜູ້ແທນຝລັ່ງ - ảnh 1
ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ຕ້ອນຮັບ​ທ່ານ Michel Sapin
(ພາບ: vietnamplus.vn)


(vovworld) -     ຕອນ​ບ່າຍ​ວັນ​ທີ 26/10, ຢູ່​ສຳນັກງານ​ລັດຖະບານ, ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານລັດຖະມົນຕີ​ແຮງ​ງານ, ວຽກ​ເຮັດ​ງານ​ທຳ, ສອນ​ວິຊາ​ຊີບ ​ແລະ ​ເຈລະຈາ​ສັງຄົມ​ຝລັ່ງ Michel Sapin ພວມ​ຢູ່​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ​ເນັ້ນ​ໜັກ​ວ່າ, ປີ 2013 ​ແມ່ນ​ປີ​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງຕັ້ງສາ​ຍພົວພັນ​ທາງ​ການ​ທູດ​ຫວຽດນາມ - ຝລັ່ງ, ​ເພາະສະ​ນັ້ນ, ສອງ​ຝ່າຍ​ຄວນ​ສົມທົບ​ກັນ​​ເປັນ​ຢ່າງ​ດີເພື່ອ​ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ​ຢ່າງ​ແທດ​ຈິງ, ພ້ອມກັນ​ນັ້ນສອງ​ຝ່າຍ​ສືບ​ຕໍ່​ສົມທົບ​ກັນຢ່າງ​ແໜ້ນ​ແຟ້ນ​ໃນ​ບັນດາ​ເວທີ​ສາກົນ. ທ່ານ​ນາ​ຍົກ​ລັດຖະມົນຕີ Nguyen Tan Dung ​ໄດ້​ສະ​ເໜີ​ໃຫ້​ຝລັ່ງ ສືບ​ຕໍ່​ເພີ່ມ​ເງິນຊ່ວຍ​ເຫຼືອ​ພັດທະນາ​​ໃຫ້ແກ່​ຫວຽດນາມ, ຊຸກຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ປ້ອງ​ກັນຊາ​ດ ປ້ອງ​ກັນ​ຄວາມ​ສະຫງົບ… ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ກໍ​ສະ​ແດງ​ຄວາມ​ຫວັງ​ວ່າ ຈະພ້ອມ​ກັບ​ລັດຖະບານ​ຝລັ່ງ ຊຸກ​ແຮງ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່​, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ, ການ​ສຶກສາ​ບຳລຸງ​ສ້າງ, ວິທະຍາສາດ​ເຕັກ​ໂນ​ໂລ​ຊີ, ການ​ຊ່ວຍ​ເຫຼືອ​ພັດທະນາ.

ຂ່າວ/ບົດ​ອື່ນ