ນາຍົກລັດຖະມົນຕີ Nguyen Tan Dung ຕ້ອນຮັບລັດຖະມົນຕີ ກະຊວງຍຸດຕິທຳລາວ

ນາຍົກລັດຖະມົນຕີ Nguyen Tan Dung ຕ້ອນຮັບລັດຖະມົນຕີ ກະຊວງຍຸດຕິທຳລາວ - ảnh 1
ທ່ານນາຍົກລັດຖະມົນຕີ Nguyen Tan Dung
ຕ້ອນຮັບ​ທ່ານລັດຖະມົນຕີ​ກະຊວງ​ຍຸດຕິ​ທຳ​ ສປປ ລາວ
(ພາບ: moj.gov.vn)

(vovworld) -     ຕອນ​ບ່າຍ​ວັນ​ທີ 5/9, ຢູ່​ສຳນັກງານ​ລັດຖະບານ, ທ່ານນາຍົກລັດຖະມົນຕີ Nguyen Tan Dung ​ໄດ້​ໃຫ້ການຕ້ອນຮັບ​ທ່ານລັດຖະມົນຕີ​ກະຊວງ​ຍຸດຕິ​ທຳ​ ສປປ ລາວ ​ຈະເລີນ ເຢຍປາວເຮີ ທີ່​ພວມ​ຢູ່​ຢ້ຽມຢາມ ​ແລະ ​ເຮັດ​ວຽກຢູ່​ຫວຽດນາມ. ທີ່​ການ​ຕ້ອນຮັບ, ທ່ານນາຍົກລັດຖະມົນຕີ Nguyen Tan Dung ​ໄດ້​ຕີ​ລາຄາ​ສູງ​ໝາກຜົນ​ຂອງ​ການ​ເຈລະຈາ​ລະຫວ່າງ​ທ່ານ​ລັດ​ຖະມົນຕີ ຈະເລີນ ເຢຍປາວເຮີ ​ແລະ ທ່ານ​ລັດຖະມົນຕີ​ກະຊວງ​ຍຸດຕິ​ທຳ Ha Hung Cuong ​ແລະ ຖື​ວ່າ ໝາກຜົນ​ຂອງ​ການ​ຮ່ວມ​ມື​ອັນ​ດີງາມ​ໃນ​ໄລຍະ​ຜ່ານ​ມາ​ລະຫວ່າງ​ສອງ​ກະ​ຊວງ ​ໄດ້​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ຊຸກຍູ້​ສາຍ​ພົວພັນ​ຮ່ວມ​ມືແບບ​ພິ​ເສດ​ຫວຽດນາມ - ລາວ ​ໃນ​ທຸກ​ຂົງ​ເຂດ. ທ່ານນາຍົກລັດຖະມົນຕີ Nguyen Tan Dung ​​ຢືນຢັນ​ວ່າ ຍາມ​ໃດ​ລັດຖະບານ​ຫວຽດນາມ ກໍ​ສະໜັບສະໜູນ​ບັນດາ​ການ​ເຄື່ອນ​ໄຫວ​ລະຫວ່າງ​ກະຊວງ​ຍຸດ​ຕິ​ທຳ​ສອງ​ປະ​ເທດ ​ແລະ ​ພ້ອມ​​ແລ້ວ​ທີ່​ຈະ​ແລກປ່ຽນ​ບົດຮຽນ​ຂອງ​ຫວຽດນາມ ​ໃນ​ການ​ເຄື່ອນ​ໄຫວ​ກໍ່ສ້າງ​ຂະ​ແໜງ​ຍຸດຕິ​ທຳ​ກັບ​ຝ່າຍ​ລາວ, ພ້ອມ​ກັນ​ນັ້ນ​ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ເພື່ອ​ໜູນ​ຊ່ວຍ, ຮ່ວມ​ມື​ກັບ​ລາວ​ ​ໃນ​ການ​ບຳລຸງ​ສ້າງ​ຖັນ​ແຖວ​ພະນັກງານຂະ​ແໜງ​ຍຸດຕິ​ທຳ.

ຂ່າວ/ບົດ​ອື່ນ