ນາຍົກລັດຖະມົນຕີ Nguyen Tan Dung ຕອນຮັບລັດຖະມົນຕີການເງິນ ຊາອຸດີອາຣາບີ


ນາຍົກລັດຖະມົນຕີ Nguyen Tan Dung ຕອນຮັບລັດຖະມົນຕີການເງິນ ຊາອຸດີອາຣາບີ - ảnh 1
(ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung
ຕ້ອນຮັບ​ທ່ານ​ລັດຖະມົນຕີ​ການ​ເງິນ ຊາ​ອຸ​ດີ​ອາຣາບີ)

 (vovworld) -     ຕອນ​ບ່າຍ​ວັນ​ທີ 9/10, ຢູ່​ສຳນັກງານ​ລັດຖະບານ, ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ລັດຖະມົນຕີ​ການ​ເງິນ ຊາ​ອຸ​ດີ​ອາຣາບີ ທັງ​ເປັນ​ປະທານ​ກອງ​ທຶນ​ພັດທະນາ ຊາ​ອຸ​ດີ​ອາຣາບີ Ibrahim Abudulaziz Alassaf, ທີ່​ພວມ​ຢ້ຽມຢາມ ​ແລະ ​ເຮັດວຽກ​ຢູ່​ຫວຽດນາມ. ທີ່​ການ​ຕ້ອນຮັບ, ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ​​ໄດ້​​ຂອບ​ໃຈ​ລັດຖະບານ ຊາ​ອຸ​ດີ​ອາຣາບີ, ຜ່ານ​ກອງ​ທຶນ​ພັດທະນາ ຊາ​ອຸ​ດີ​ອາຣາບີ ​​ໄດ້​ລົງທຶນ​ຢູ່​ຫວຽດນາມ ຢ່າງ​ມີ​ປະສິດທິ​ຜົນ, ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ຫວັງ​ວ່າ​ກອງ​ທຶນ​ຈະ​ສືບ​ຕໍ່​ໜູນ​ຊ່ວຍ​​ແຫຼ່ງ​ເງິນ​ລົງທຶນ​ຢູ່​ຫວຽດນາມ, ພ້ອມ​ທັງ​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ໃນ​ຂົງ​ເຂດ​ການ​ຄ້າ, ການ​ລົງທຶນ, ​ແຮງ​ງານຢ່າງ​ແຮງ. ທ່ານ​ນາຍົກລັດຖະມົນ​ຕີ Nguyen Tan Dung ​​ໄດ້ຢືນຢັນ​ວ່າ ລັດຖະບານ​ຈະ​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ບັນດາ​ນັກ​ລົງທຶນ ຊາ​ອຸ​ດີ​ອາຣາບີ ທີ່​ລົງທຶນ​ສຳ​ເລັດ.
ຂ່າວ/ບົດ​ອື່ນ