ນາຍົກລັດຖະມົນຕີ Nguyen Tan Dung ເຂົ້າຮ່ວມກອງປະຊຸມ ສຸດຍອດ ອາຊຽນ

ນາຍົກລັດຖະມົນຕີ Nguyen Tan Dung ເຂົ້າຮ່ວມກອງປະຊຸມ ສຸດຍອດ ອາຊຽນ - ảnh 1
ທ່ານນາຍົກລັດຖະມົນຕີ Nguyen Tan Dung ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 20
(ພາບ: conganbackan.vn)


Vovworld- ຕອນ​ເຊົ້າ​ວັນ​ທີ 3/4, ຢູ່​ນະຄອນຫຼວງ​ພະນົມ​ເປັນ​ແຫ່ງ​ກຳປູ​ເຈຍ, ​ໄດ້​ໄຂ​ກອງ​ປະຊຸມສຸດຍອດອາຊຽນຄັ້ງທີ 20 ຂຶ້ນ​ຢ່າງ​ເປັນ​ທາງ​ການ. ຄະນະ​ຜູ້​ແທນ​ຫວຽດນາມ​ໂດຍທ່ານນາຍຍົກລັດຖະມົນຕີຫວຽດນາມ Nguyen Tan Dung ນຳ​ໜ້າສືບ​ຕໍ່​ຢືນຢັນ​ທີ່​ຕັ້ງບົດບາດ​ເປັນ​ສະມາຊິກ​ທີ່​ຕັ້ງໜ້າ, ​ເປັນ​ເຈົ້າ​ການ ​ແລະ ມີ​ຄວາມ​ຮັບຜິດຊອບ. ກ່າວ​ຄຳ​ເຫັນ​ໄຂ​ ກອງ​ປະຊຸມ, ທ່ານນາຍຍົກລັດຖະມົນຕີປະ​ເທດ​ເຈົ້າພາບ Hun Sen ​ໄດ້​ຢືນຢັນ​ວ່າ ​ໃນ​ກ່ວາ 4 ທົດ​ສະ​ວັດ​ທີ່​ຜ່ານ​ມາ, ​ໄດ້​ພິສູດ​ໃຫ້​ເຫັນຄວາ​ມສາມາດ​ຂອງ​ອາ​ຊຽນ​ໃນ​ການ​ກໍ່ສ້າງ​ປະຊາ​ຄົມ​​ເພື່ອ​ມຸ່ງ​ໄປ​ສູ່​ປະ​ຊົນ​ຊົນ, ມີ​ຄວາມ​ວັດທະນາ​ຖາວອນ​ທາງ​ດ້ານ​ເສດຖະກິດ ​ແລະ ສະຖຽນ​ລະ​ພາບ​ທາງ​ດ້ານ​ການ​ເມືອງ. ອາ​ຊຽນ​ຕັດສິນ​ໃຈ​ ກໍ່ສ້າງ​ປະຊາຄົ​ມ ອາຊຽນ​ໃຫ້​ກາຍ​ເປັນ​ຊາຍ​ຄາຮ່ວມ​,ໃນນັ້ນ​ທຸກໆ​ສະມາຊິກ​ຕ່າງກໍ​ຮ່ວມ​ສຳພັນ​ຢ່າງ​ແໜ້ນ​ແຟ້ນ ​ແລະ ມີ​ຊີວິດ​ແບບ​ປອງ​ດອງ​ໃນ​ຂົງ​ເຂດ​ການ​ເມືອງ, ຄວາມ​ສະຫງົບ, ​ເສດຖະກິດ, ວັດທະນະທຳ, ສັງຄົມ ​ແລະ ປະຕິບັດ​ຕາມ​ລະບຽບ​ກົດໝາຍ. ພາຍຫຼັງ​ພິທີ​ໄຂກອງ​ປະຊຸມສຸດຍອດອາຊຽນຄັ້ງທີ 20, ທ່ານນາຍຍົກລັດຖະມົນຕີຫວຽດນາມ Nguyen Tan Dung ​ແລະ ບັນດາ​ການ​ນຳ​ອາ​ຊຽນ​ໄດ້​ດຳ​ເນີ​ນວາລະ​ປະຊຸມ​ຄົບ​ຄະນະ​ເພື່ອ​ປຶກສາ​ຫາລື​ບັນດາ​ບັນ​ຫາ​ໃຈ​ກາງ​ ​ແລະ ບຸລິມະສິດ​ຂອງ​ອາ​ຊຽນ. ກ່າວ​ຄຳ​ເຫັນ​ທີ່​ວາລະ​ປະຊຸມ, ທ່ານນາຍຍົກລັດຖະມົນຕີຫວຽດນາມ Nguyen Tan Dung ​ໄດ້ສະ​ເໜີ​ຫຼາຍ​ມາດ​ຕະການ​ລະອຽດ​ແນ​ໃສ່​ຍູ້​ໄວ​ວິວັດທະນາ​ການ​ກໍ່ສ້າງ​ປະຊາ​ຄົມ​ອາຊຽນ, ຮ່ວມ​ສຳພັນ ​ແລະ ​ເຊື່ອມ​ຕໍ່​ພາກ​ພື້ນ, ຮັດ​ແຄບ​ຄວາມ​​ແຕກ​ໂຕນ​ໃນ​ການພັດທະນາ, ຊຸກຍູ້​ສາມັກຄີ ​ແລະ ​ເປັນ​ເອກະ​ພາບ​ກັນ​ໃນ​ອາ​ຊຽນ, ​ເພີ່ມ​ທະວີ​ການ​ພົວພັນ​ກັບ​ພາຍ​ນອກ​ຂອງ​ອາ​ຊຽນ, ​ໃນ​ນັ້ນ ທ່ານນາຍຍົກ ລັດຖະມົນຕີຫວຽດນາມ Nguyen Tan Dung ​ໄດ້​ສະ​ເໜີ​ຄວນ​ເຊີດ​ຊູ​ທາງ​ດ້ານ​ວັດທະນະ​ທຳ, ຍູ້​ແຮງ​ການ​ຮ່ວມ​ມື​ດ້ານ​ກະສີກຳ ​ແລະ ຮັບ​ປະກັນ​ຄວາມ​ໝັ້ນຄົງ​ທາງ​ດ້ານ​ສະບຽງອາຫານ, ​ເພີ່ມ​ທະວີ​ການ​ສົມທົບ​ດ້ານ​ຫຼັ້ກໝັ້ນ​ກ່ຽວ​ກັບ​ບັນດາ​ບັນຫາ​ທີ່​ມີ​ຄວາມສົນ​ໃຈ ​ແລະ ມີ​ຜົນ​ປະ​ໂຫຍ​ດຮ່ວມ​ຂອງ​ພາກ​ພື້ນ ​ແລະ ອື່ນໆ.

   ສິ້ນສຸດ​ວາລະ​ປະຊຸມ, ກອງ​ປະ​ຊຸມ​ໄດ້​ຮັບຮອງ​ເອົາ ຖະ​ແຫຼ​ງ ການ​ພະນົມ​ເປັນ“ ອາ​ຊຽນ - ປະຊາ​ຄົ​ມໜຶ່ງ​ ​ແລະ ຊາຕາກຳດຽວ ”, ​ໂຄງການ​ດຳ​ເນີນ​ງານ​ພະນົມ​ເປັນ​ກ່ຽວ​ກັບ​ການ​ກໍ່ສ້າງ​ປະຊາ​ຄົມ​ອາ​ຊຽນ ​ແລະ ຖະ​ແຫຼ​ງການ​ກ່ຽວ​ກັບອາ​ຊຽນ​ປອດ​ຢາ​ເສບ​ຕິດ​ໃນ​ປີ 2015. ​ແລະ ກໍ​ໃນ​ວັນ​ດຽວ​ກັນ, ທ່ານນາຍຍົກລັດຖະມົນຕີ ຫວຽດນາມ Nguyen Tan Dung ​ແລະ ບັນດາ​ການ​ນຳ​ອາ​ຊຽນ ​ໄດ້​ພົບ​ປະ​ຜູ້ຕາງໜ້າ​ສະມັດ​ຊາ​ໃຫຍ່ລັດຖະສະພາ​ລະຫວ່ງຊາດ​ອາ​ຊຽນ, ບັນດາ​ອົງການ​ສັງຄົມ ​ແລະ​ ຊາວໜຸ່ມ​ອາ​ຊຽນ.

  ກ່ອນ​ໜ້າ​ນັ້ນ, ຕອນຄ່ຳ​ວັນ​ທີ 2/4, ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ​ໄດ້​ມີ​ການ​ພົບ​ປະ​ 2 ຝ່າຍ​ກັບ​ນາ​ຍົກ​ລັດຖະມົນຕີ​ລາຊະ​ອານາ​ຈັກ ກຳປູ​ເຈຍ Samdech Hunsen. ນາຍົກລັດຖະມົນຕີ 2 ທ່ານ​ສະ​ແດງ​ຄວາມພາກພູມ​ໃຈ​​ເມື່ອ​ເຫັນ​ວ່າ​ສາຍ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ໃນ​ໄລຍະ​ຜ່ານ​ມາ ​ໄດ້​ຮັບ​ການພັດທະນາ​ຢ່າງ​ດີງາມ. ນາຍົກລັດຖະມົນຕີ ທັງ 2 ທ່ານ​​​​ເຫັນ​ດີ​ເປັນ​ເອກະສັນ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ຢ່າງຮອບດ້ານ​ລະຫວ່າງ 2 ປະ​ເທດ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງຢ່າງ​ແຮງ​ກ່ວາ​ອີກ, ພິ​ເສດ​ແມ່ນ ​ໃນ​ຂົງ​ເຂດ​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ. ນາຍົກລັດຖະມົນຕີທັງ 2 ທ່ານ​ມອບ​ໝາຍ​ໃຫ້​ບັນ​ດາ​ກະຊວງ, ຂະ​ແໜງ​ການ​ທີ່​ກ່ຽວຂ້ອງຂອງ 2 ປະ​ເທດ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ເພື່ອຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ຕ່າງໆ ​ໃນ​ປີ 2012 ຄື: ສະ​ເຫຼີ​ມສະຫຼອງ “ປີ​ແຫ່ງຄວາມ​ມິດຕະພາບ​ຫວຽດນາມ - ກຳປູ​ເຈຍ”, ສະ​ເຫຼີມສະຫຼອງ 45 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ລະຫວ່າງ 2 ປະ​ເທດ, ພ້ອມ​ທັງ​ປະຕິບັດ​ວຽກ​ງານ​ໂຄສະນາ​ເຜີຍ​ແຜ່ສຶກສາອົບ​ຮົມ ​ກ່ຽວ​ກັບ​ມູນ​ເຊື້ອ​ສາມັກຄີ, ມິດຕະພາບ, ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ຫວຽດນາມ - ກຳປູ​ເຈຍ​ໃນໝູ່​ປະຊາຊົນ​ທຸກ​ຊັ້ນ​ວັນນະ. ນາຍົກລັດຖະມົນຕີ 2 ທ່ານ​ເຫັນ​ດີ​ເປັນ​ເອກະສັນ​ກັນ​ສືບ​ຕໍຜັນ​ຂະຫຍາຍ​ບັນດາ​ຂໍ້​ຕົກລົງ​ທີ່​ບັນລຸ​ໄດ​້, ສຸມ​ໃສ່​ແກ້​ໄຂ​ບັນດາ​ຂໍ້ຕິດ​ຄັດ​ທີ່​ຍັງ​ຄົງ​ຄ້າງ ​ເພື່ອ​ແນ​ໃສ່​ຍູ້ໄວການ​ຂີດ​ເສັ້ນ​ຊາຍ​ແດນ​ປັກ​ຫຼັກ​ໝາຍ​ຊາຍ​ແດນ​ໃຫ້​ສຳ​ເລັດ​. ທ່ານ​ນາຍົກ​ລັດຖະມົນຕີ Nguyen Tan Dung ຢືນຢັນ​ວ່າ: ຫວຽດນາມ ສະໜັບສະໜູນ​ຫົວ​ຂໍ້​ຂອງ​ປີ ປະທານ​ອາ​ຊຽນຂອງ​ກຳປູ​ເຈຍ: “ອາ​ຊຽນ: ວົງ​ຄະນະ​ຍາດ​ໜຶ່ງ, ຊາຕາກຳ​ດຽວ​ກັນ” ​ແລະ ​ເຊື່ອ​ໝັ້ນ​ວ່າ: ກຳປູ​ເຈຍ​ຈະ​ຈັດ​ຕັ້ງ​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ ​ແລະ ປີ​ປະທານ​ອາ​ຊຽນ ສຳ​ເລັດ​ຜົນ. ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ກໍ​ສະ​ເໜີ​ໃຫ້​ກຳປູ​ເຈຍ​ສືບ​ຕໍ​ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ໃຫ້​ຊາວ​ຫວຽດນາມ ອາ​ໄສ​ຢູ່ກຳ​ປູ​ເຈຍ​ມີ​ຊີວິດ​ການ​ເປັນ​ຢູ່​ເປັຍ​ປົກກະຕິ, ພັດທະນາ, ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ຂອງ​ກຳປູ​ເຈຍ ກໍ​ຄື​ຊຸກຍູ້​ການ​ພົວພັນ​ມິດຕະພາບ, ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ ​ແລະ ປະຊາຊົນ 2 ຊາດ.

ຂ່າວ/ບົດ​ອື່ນ