ນາຍົກລັດຖະມົນຕີ ຟ້າມມິງຈິງ ໄປຮອດ ອິນໂດເນເຊຍ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 42

(VOVWORLD) - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຈະໄດ້ເຂົ້າຮ່ວມກອງປະຊຸມສົນທະນາ ລະຫວ່າງການນຳບັນດາປະເທດ ອາຊຽນ ກັບຜູ້ຕາງໜ້າສະມັດຊາໃຫຍ່ລັດຖະສະພາ ອາຊຽນ (AIPA), ສະພາປຶກສາດຳເນີນທຸລະກິດ ອາຊຽນ ...
 
ນາຍົກລັດຖະມົນຕີ ຟ້າມມິງຈິງ ໄປຮອດ ອິນໂດເນເຊຍ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 42 - ảnh 1ພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ
(ພາບ:VOV)

ຕອນບ່າຍວັນທີ 9 ພຶດສະພາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ໄປຮອດ Labuan Bajo, ປະເທດ ອິນໂດເນເຊຍ, ເລີ່ມຕົ້ນການເຄື່ອນໄຫວໃນຂອບເຂດກອງປະຊຸມສຸດຍອດ ສະມາຄົມ ປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ຄັ້ງທີ 42 ແລະ ການເຄື່ອນໄຫວຕ່າງໆທີ່ກ່ຽວຂ້ອງ.

        ໃນໂຄງການເຄື່ອນໄຫວຢູ່ Labuan Bajo, ປະເທດ ອິນໂດເນເຊຍ, ພ້ອມກັບການເຂົ້າຮ່ວມກອງປະຊຸມຄົບຄະນະ, ກອງປະຊຸມວົງແຄບຂອງກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 42, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຈະໄດ້ເຂົ້າຮ່ວມກອງປະຊຸມສົນທະນາ ລະຫວ່າງການນຳບັນດາປະເທດ ອາຊຽນ ກັບຜູ້ຕາງໜ້າສະມັດຊາໃຫຍ່ລັດຖະສະພາ ອາຊຽນ (AIPA), ສະພາປຶກສາດຳເນີນທຸລະກິດ ອາຊຽນ (ABAC)…

        ເມື່ອຕອບສຳພາດຕໍ່ນັກຂ່າວ VOV ເນື່ອງໃນໂອກາດນີ້, ທ່ານເອກອັກຄະລັດຖະທູດ ຫງວຽນຫາຍບັ່ງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ອາຊຽນ, ໃຫ້ຮູ້ວ່າ:

        “ໜຶ່ງໃນບັນດາໜ້າທີ່ສຳຄັນຂອງ ຫວຽດນາມ, ນັ້ນແມ່ນໄດ້ເຂົ້າຮ່ວມພ້ອມກັບບັນດາປະເທດ ອາຊຽນ ອື່ນ ສ້າງຮ່າງຖະແຫຼງການຮ່ວມ 2 ສະບັບ. ຮ່າງຖະແຫຼງການທີ່ໜຶ່ງ ແມ່ນຖະແຫຼງການຂອງການນຳບັນດາປະເທດ ອາຊຽນ ກ່ຽວກັບວິໄສທັດສຳລັບການສ້າງປະຊາຄົມ ອາຊຽນ ພາຍຫຼັງປີ 2025, ຢັ້ງຢືນອີກເທື່ອໜຶ່ງກ່ຽວກັບມາດຖານ, ບັນດາການກຳນົດທິດໃຫຍ່ສຳລັບການສ້າງປະຊາຄົມ ອາຊຽນ ພາຍຫຼັງປີ 2025 ມີຫຼາຍປັດໄຈໃໝ່, ຕົວຢ່າງຄື ສຸມໃສ່ມະນຸດ, ຖືມະນຸດເປັນໃຈກາງ. ຖະແຫຼງການທີ່ສອງ ແມ່ນ ສຸມໃສ່ການເພີ່ມທະວີລັກສະນະມີປະສິດທິຜົນ, ກຳລັງຄວາມສາມາດ, ລະບອບລະບຽບການຂອງ ອາຂຽນ. ນອກຈາກນັ້ນ, ຄາດວ່າ, ບັນດາການນຳ ອາຊຽນ ຍົກອອກຖະແຫຼງການຮ່ວມວ່າດ້ວຍການຕ້ານອາດຊະຍາກຳເຕັກໂນໂລຊີ ໃນການຄ້າມະນຸດ”.

ຕອບກັບ

ຂ່າວ/ບົດ​ອື່ນ