ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຮັດວຽກກັບກຸ່ມບໍລິສັດນ້ຳມັນອາຍແກັສແຫ່ງຊາດ
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ເຮັດວຽກກັບຄະນະພັກ, ຄະນະນຳກຸ່ມບໍລິສັດນ້ຳມັນອາຍແກັສແຫ່ງຊາດ |
(vovworld)- ຕອນເຊົ້າວັນທີ 22/4, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ມີການເຮັດວຽກກັບຄະນະພັກ, ຄະນະນຳກຸ່ມບໍລິສັດນ້ຳມັນອາຍແກັສແຫ່ງຊາດເພື່ອກຳແໜ້ນສະພາບການຜະລິດ ດຳເນີນທຸລະກິດ ແລະ ກຳນົດບັນດາມາດຕະການແກ້ໄຂຄວາມຫຍຸ້ງຍາກ, ຍູ້ແຮງການຜະລິດຂອງກຸ່ມບໍລິສັດນ້ຳມັນອາຍແກັສແຫ່ງຊາດຫວຽດນາມ. ກ່າວຄຳເຫັນທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ເນັ້ນໜັກວ່າ ໃນຕະຫຼອດວິວັດການແຫ່ງການສ້າງຕັ້ງ ແລະ ຂະຫຍາຍຕົວ, ກຸ່ມບໍລິສັດນ້ຳມັນອາຍແກັສແຫ່ງຊາດຫວຽດນາມຍາມໃດກໍໄດ້ຮັບຄວາມເອົາໃຈໃສ່ຊີ້ນຳນຳພາ, ສ້າງເງື່ອນໄຂອຳນວຍຄວາມສະດວກຈາກພັກ ແລະ ລັດຫວຽດນາມ. ໝາກຜົນແຫ່ງການເຮັດວຽກຂອງ ກຸ່ມບໍລິສັດນ້ຳມັນອາຍແກັສແຫ່ງຊາດຫວຽດນາມໄດ້ປະກອບສ່ວນສຳຄັນເຂົ້າໃນພາລະກິດຫັນປະເທດຊາດເປັນປະເທດອຸດສາຫະກຳ ແລະ ທັນສະໄໝ, ຮັບປະກັນຄວາມໝັ້ນຄົງດ້ານພະລັງງານຂອງປະເທດຊາດ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ສະເໜີການນຳກຸ່ມບໍລິສັດນ້ຳມັນອາຍແກັສແຫ່ງຊາດຫວຽດນາມ, ຈົ່ງລະດົມກຳລັງໃຈພະນັກງານກຳມະກອນ, ແກ້ໄຂຂໍ້ຄົງຄ້າງ, ສິ່ງທີ່ຈຳກັດ, ຈາກນັ້ນຈະພັດທະນາເປັນປົກກະຕິ.