ນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ຊີ້ນຳຮ່າໂນ້ຍສ້າງນະໂຍບາຍພິເສດເພື່ອພັດທະນາເຂດຕົວເມືອງ

ນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ຊີ້ນຳຮ່າໂນ້ຍສ້າງນະໂຍບາຍພິເສດເພື່ອພັດທະນາເຂດຕົວເມືອງ - ảnh 1
(ທ່ານນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ
ເຮັດ​ວຽກ​ກັບ​ການ​ນຳ​ນະຄອນ​ຮ່າ​ໂນ້ຍ)


(vovworld) – ​ເມ​ື່ອ​ເຮັດ​ວຽກ​ກັບ​ການ​ນຳ​ນະຄອນ​ຮ່າ​ໂນ້ຍ ກ່ຽວ​ກັບ​ສະພາບ​ການ​​ເສດຖະກິດ​ສັງຄົມ ​ແລະ ຜັນ​ຂະຫຍາຍ​ການວາງ​ແຜນຜັງ​ສັງ​ລວມ, ກົນ​ໄກ​ລົງທຶນ​ເສັ້ນທາງ ​ເຍີ​ດ​ເຕີນ - ​ໂນ້ຍບ່າຍ. ຕອນ​ເຊົ້າ​ວັນ​ທີ 05/03, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ຖື​ວ່າ, ບັນດາ​ຜົນງານ​ຂອງ​ຮ່າ​ໂນ້ຍ​ໃນ​ໄລຍະ​ຜ່ານ​ມາ ​ແມ່ນ​ຮອບດ້ານ​ພໍ​ສົມ​ຄວນ​ໃນ​ທຸກ​ຂົງ​ເຂດ. ນີ້​ແມ່ນ​ຄວາມ​ມານະ​ພະຍາຍາມ​ອັນໃຫຍ່​ຫຼວງຂອງຄະ​ນະ​ພັກ, ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ​ນະຄອນຫຼວງ. ກ່ຽວ​ກັບ​ການ​ປະກາດ​ກົນ​ໄກ​ພິ​ເສດສະ​ເພາະຂອງ​ການ​ປະຕິບັດ​ການວາງ​ແຜນຜັງ ​ແລະ ກົນ​ໄກ​ນະ​ໂຍບາຍດຶງ​ດູດ​ການ​ລົງທຶນ​ເສັ້ນທາງ ​ເຍີ​ດ​ເຕີນ - ​ໂນ້ຍບ່າຍ, ທ່ານ​ນາຍົກລັດຖະມົນຕີ ​ເຫັນ​ດີ​​ໂດຍ​ພື້ນຖານ, ພ້ອມ​ທັງ​​ເນັ້ນ​ໜັກ​​ເຖິງ​ບັນດາ​ກົນ​ໄກ​ພິ​ເສດສະ​ເພາະ ຕ້ອງ​ອີງ​ໃສ່​ຫຼັກການ​ຮັບປະກັນ​ໃຫ້​ເໝາະ​ສົມ​ກັບ​ຂໍ້​ກຳນົດ​ຂອງ​ກົດໝາຍ​ ​ແລະ ສະພາບ​ຕົວ​ຈິງ. ທ່ານ​ນາຍົກລັດຖະມົນຕີ​ຊີ້​ນຳ​ໃຫ້​ບັນດາ​ສະມາຊິກ​ລັດຖະບານ ຕັ້ງ​ໜ້າ​ສົມທົບ​ກັບ​ຮ່າ​ໂນ້ຍ ສ້າງ​ກົນ​ໄກ​ນະ​ໂຍບາຍ​ພິ​ເສດສະ​ເພາະ ​ເພື່ອ​ຜັນ​ຂະຫຍາຍ​ການວາງ​ແຜນຜັງ ​ແລະ ບັນດາ​ໂຄງການ​ພັດທະນາ​ເຂດ​ຕົວ​ເມືອງ​ຢູ່​ລຽບຕາມ​ 2 ພາກທາງບົນ​ພື້ນຖານການກຳນົດ​ຂອງ​ກົດໝາຍ. ​ເຫັນ​ດີກັບ​ບັນດາ​ຄາດໝາຍ​ເສດຖະກິດ​ສັງຄົມ​ປີ 2015 ​ເຊິ່ງການ​ນຳ​ຮ່າ​ໂນ້ຍ ​ໄດ້​ວາງ​ອອກ, ທ່ານ​ນາຍົກລັດຖະມົນຕີສະ​ເໜີ​ໃຫ້​ຄະນະ​ພັກ, ອຳນາດ​ການ​ປົກຄອງ​ຮ່າ​ໂນ້ຍ ​ເສີມ​ຂະຫຍາຍ​ຜົນງານ​ທີ່​ບັນລຸ​ໄດ້, ສູ້​ຊົນ​ປະຕິບັດ​ສຳ​ເລັດ​ໜ້າ​ທີ່, ​ແຜນການ​ປີ 2015, ຜັນ​ຂະຫຍາຍ​ກອງ​ປະຊຸມ​ໃຫຍ່​ອົງຄະ​ນະ​ພັກ​ທຸກ​ຂັ້ນ​ຢ່າງ​ມີ​ໄຊ, ນຳ​ນະຄອນຫຼວງ​ສືບ​ຕໍ່​ພັດທະນາ​ໃຫ້​ສົມ​ເປັນ​ຫົວ​ໃຈ​ຂອງ​ທົ່ວ​ປະ​ເທດ.

ຂ່າວ/ບົດ​ອື່ນ