ນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ຕ້ອນຮັບລັດຖະມົນຕີເສດຖະກິດ ເບລາຣຸດ

ນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ຕ້ອນຮັບລັດຖະມົນຕີເສດຖະກິດ ເບລາຣຸດ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ
ຕ້ອນຮັບ​​ລັດຖະມົນຕີ​ເສດຖະກິດ ເບລາຣຸດ
(ພາບ: chinhphu.vn)


(vovworld) - ຕອນ​ບ່າຍ​ວັນ​ທີ 04/04, ຢູ່​ສຳນັກງານ​ລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ລັດຖະມົນຕີ​ເສດຖະກິດ ເບລາຣຸດ Nicolai Snopkov ທີ່​ພວມ​ມີ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ເນັ້ນ​ໜັກ​ວ່າ, ຍາມ​ໃດ​ຫວຽດນາມ ກໍ​ປາດ​ຖະໜາ ​ແລະ ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ເພື່ອ​ພ້ອມ​ກັບ ເບລາຣຸດ ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດໃຫ້​ນັບ​ມື້​ນັບ​ເຂົ້າ​ສູ່​ລວງ​ເລີກ, ມີ​ປະສິດທິ​ຜົນ, ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດອັນ​​ແທ້​ຈິງ​ໃຫ້​ທັງ 2 ຝ່າຍ. ​ເພື່ອ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ ຢ່າງ​ແຮງກວ່າ​ອີກ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ໄດ້​ສະ​ເໜີ​ຍູ້​ແຮງການ​ຜັນ​ຂະຫຍາຍ​ນບັນດາ​ໝາກຜົນ​ທີ່​ບັນລຸ​ໄດ້​ຂອງ​ກອງ​ປະຊຸມ​ຄັ້ງ​ທີ 9 ຄະນະ​ກຳມະການ​ລະຫວ່າງ​ລັດຖະບານ​ຫວຽດນາມ - ເບລາຣຸດ ​ແລະ ​ໂຄງການ​ຮ່ວມ​ມື​ກ່ຽວ​ກັບ​ຂົງ​ເຂດ​ເສດຖະກິດລະຫວ່າງ 2 ປະ​ເທດ​ໄລຍະ 2013 – 2015, ພ້ອມ​ທັງ​ສືບ​ຕໍ່​ປັບປຸງ​ບັນ​ດາ​ພື້ນຖານ​ນິຕິ​ກຳ ​ເພື່ອ​ຊຸກຍູ້​ການ​ແລກປ່ຽນ​ດ້ານ​ການ​ຄ້າ, ການ​ລົງທຶນ 2 ຝ່າຍ; ສ້າງ​​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ສິນ​ຄ້າ​ຫວຽດນາມ ​ແຊກ​ຊຶມ​ເຂົ້າ​ຕະຫຼາດ ເບລາຣຸດ, ກໍ​ຄື​ສ້າງ​ເງື່ອນ​ໄຂ​ສະດວກ​ເພື່ອ​ໃຫ້​ວິ​ສາ​ຫະກິດ 2 ປະ​ເທດ​ຍູ້​ແຮງ​ການ​ສົ່ງ​ເສີມ​ການ​ລົງທຶນ, ການ​ຄ້າ. ທ່ານ​ລັດຖະມົນ​ຕີ Nicolai Snopkov ຢືນຢັນ​ວ່າ, ​ເບ​ລາຣຸດ ພ້ອມ​ແລ້ວ​ທີ່​ຈະການ​ແບ່ງປັນ​ບົດຮຽນ​ກັບ​ຫວຽດນາມ ​ໃນ​ບັນດາ​ຂົງ​ເຂດ​ທີ່​ມີ​ທ່າ​ແຮງ. ທ່ານ​ລັດຖະມົນຕີ Nicolai Snopkov ສະ​ເໜີ​ວ່າ, 2 ຝ່າຍ​ຍູ້​ແຮງ​ການ​ສ້າງ​ຕັ້ງ​ບັນດາ​ບໍລິສັດ​ຮ່ວມທຸລະ​ກິດ​ຜະລິດ​ອຸດສາຫະກຳ ​ລົດ​ໂອ​ໂຕ, ນ້ຳນົມ, ​ໂທລະ​ຄົມ, ປຸງ​ແຕ່ງ​ຜະລິດ​ຕະພັນ​ກະ​ເສດ ຢູ່ ​ເບ​ລາຣຸດ ​ແລະ ຢູ່ຫວຽດນາມ, ພ້ອມ​ທັງ​ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້ ​ເບ​ລາຣຸດ ຊຸກ​ຍູ້​ການ​ຄ້າ, ການ​ລົງທຶນກັບ​ບັນດາ​ປະ​ເທດ​ອາ​ຊຽນ.

ຂ່າວ/ບົດ​ອື່ນ