ນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ: ປະຕິຮູບລະບຽບການບໍລິຫານດ້ວຍຕົວເລກລະອຽດ
(ທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ)
(vovworld) - ຕອນເຊົ້າວັນທີ 25/3, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ ໄດ້ເຮັດວຽກກັບກົມໃຫຍ່ພາສີ ແລະ ບັນດາອົງການກ່ຽວຂ້ອງ ກ່ຽວກັບການປະຕິຮູບລະບຽບການບໍລິຫານໃນຂົງເຂດພາສີ. ທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ ຕີລາຄາສູງກະຊວງການເງິນ, ກົມໃຫຍ່ພາສີໄດ້ຜັນຂະຫຍາຍມະຕິ 19 ຂອງລັດຖະບານຢ່າງເຂັ້ມງວດ ແລະ ບັນລຸໄດ້ຄວາມກ້າວໜ້າຫຼາຍຢ່າງໃນການປະຕິຮູບລະບຽບການບໍລິຫານໃນຂົງເຂດພາສີ ແລະ ອາກອນ. ທ່ານນາຍົກ ລັດຖະມົນຕີ ຫງວຽນເຕິ໋ນຢຸງ ເນັ້ນໜັກວ່າ, ການປະຕິຮູບລະບຽບການບໍລິຫານ ແມ່ນໜ້າທີ່ການເມືອງຈຸດສຸມເປັນປະຈຳຂອງລັດຖະບານໃນປີນີ້, ແມ່ນຂອດບຸກທະລຸເພື່ອປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ຍົກສູງກຳລັງແກ່ງແຍ້ງແຫ່ງຊາດ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງປັບປຸງບັນດາເອກະສານນິຕິກຳ, ບໍ່ໄດ້ຮັກສາເດີມ, ຕ້ອງຮັບຟັງຄວາມເຫັນຂອງປະຊາຊົນ ແລະ ວິສາຫະກິດ, ຕ້ອງຖືຜົນປະໂຫຍດຂອງປະຊາຊົນ ແລະ ປະເທດຊາດເປັນສຳຄັນກວ່າໝູ່, ພ້ອມທັງຮັບເອົາບົດຮຽນຈາກບັນດາປະເທດກ້າວໜ້າໃນໂລກ. ທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ ເນັ້ນໜັກວ່າ:
“ຢາກປະຕິຮູບແມ່ນຕ້ອງກວດຄືນກົດໝາຍທີ່ພວມປະກາດໃຊ້. ປະຈຸບັນພວກເຮົາຕ້ອງກວດຄືນທຸກສິ່ງທຸກຢ່າງທີ່ກ່ຽວຂ້ອງເຖິງວິສາຫະກິດ, ເຖິງປະຊາຊົນ ເພື່ອປັບປຸງຕາມທິດສ້າງຄວາມສະດວກທີ່ສຸດໃຫ້ແກ່ວິສາຫະກິດ ແລະ ປະຊາຊົນ, ພ້ອມທັງຍົກອອກບັນດາມາດຕະການແກ້ໄຂທີ່ສະດວກ ແຕ່ຕ້ອງຄຸ້ມຄອງໃຫ້ໄດ້“.