ນາຍົກລັດຖະມົນຕີ ຫງວຽນເຕີນຢຸ້ງ ສະເໜີໃຫ້ຮ່າໂນ້ຍ ສຸມໃສ່ພັດທະນາເຮືອນຢູ່ສັງຄົມ

ນາຍົກລັດຖະມົນຕີ ຫງວຽນເຕີນຢຸ້ງ ສະເໜີໃຫ້ຮ່າໂນ້ຍ ສຸມໃສ່ພັດທະນາເຮືອນຢູ່ສັງຄົມ - ảnh 1
ທ່ານນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸ້ງ ກ່າວຄຳເຫັນທີ່ກອງປະຊຸມ
(ພາບ: vietnamplus.vn)


(vovworld) -     ວັນ​ທີ 19/12, ທ່ານນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸ້ງ ​ໄດ້​ມີ​ການ​ເຮັດ​ວຽກ​ກ່ຽວ​ກັບ​ຫົວ​ເລື່ອງ​ສະ​ເພາະ ພ້ອມ​ກັບ​ການ​ນຳ​ນະຄອນ​ຮ່າ​ໂນ້ຍ, ບັນດາ​ທະນາຄານ​ການ​ຄ້າ, ສະຫະ​ສະມາ​ຊົມ​ອະສັງຫາລິມະ​ຊັບ ​ເພື່ອ​ຊອກ​ຫາ​ມາດ​ຕະການ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ສຳ​ລັບ​ຕະຫຼາດອະສັງຫາລິມະ​ຊັບ ​ແລະ ​ແກ້​ໄຂ​ໜີ້​ເສຍ. ກ່າວ​ຄຳ​ເຫັນ​ທີ່​ການສະຫຼຸບ, ທ່ານນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸ້ງ ຖື​ວ່າ ຮ່າ​ໂນ້ຍ ຕ້ອງ​ເອົາ​ໃຈ​ໃສ່​ກວດກາ​ຄືນ​ການວາງ​ແຜນຜັງ, ພັດທະນາຕະຫຼາດ​ເຮືອນ​ຢູ່​ຕາມ​ທິດ​ມີ​ອົງ​ປະກອບ​​ເໝາະ​ສົມ, ສຸມ​ແຫຼ່ງກຳລັງ​ເພື່ອ​ສືບ​ຕໍ່​ພັດທະນາ​ເຮືອນ​ຢູ່​ສັງຄົມ, ຄົ້ນຄວ້າ​ສ້າງ​ລະບອບ ລະບຽບ​ການ​ດ້ານ​ການ​ເງິນ ​ເພື່ອ​ໜູນ​ຊ່ວຍ​ຕະຫຼາດ. ທ່ານນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸ້ງ ຊີ​້ນຳ​ນະຄອນສ້າງ​ນະ​ໂຍບາຍ​ກະຕຸກ​ຊຸກຍູ້ຕະຫຼາດ​ເຮືອນ​ຢູ່, ຮັບປະກັນ​ໃຫ້​ແກ່​ຜູ້​ມີ​ລາຍ​ຮັບ​ຕໍ່າ​ສາມາດ​ຊື້​ໄດ້ ຫຼື ​ເຊົ່າ​ດ້ວຍ​ລາຄາ​ເໝາະ​ສົມ. ທ່ານນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸ້ງ ສະ​ເໜີ​ບັນດາ​ກະຊວງ, ຂະ​ແໜງ​ການ​ທີ່​ມີ​ພາລະ​ໜ້າ​ທີ່ ​ແລະ ຮ່າ​ໂນ້ຍ ຕ້ອງ​ເພີ່ມ​ທະວີ​ລັກສະນະ​ເປີ​ດ​ເຜີຍ ​ແລະ ກະຈ່າງ​ແຈ້ງ​ຂອງ​ຂໍ້​ມູນ​ຂ່າວສານກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຂອງ​ຕະຫຼາດ​ອະສັງຫາລິມະ​ຊັບ, ປະຕິບັດ​ຢ່າງ​ຄົບ​ຊຸດ, ຂ້ຽວຂາ​ດ ​ແລະ ດ້ວຍ​ບັນດາ​ມາດ​ຕະການ​ສັງ​ລວມ.

ຂ່າວ/ບົດ​ອື່ນ