ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ ຈູດ​​ທູບ​ໃຕ້​ທຽນ​ຖວາຍດອກ​ໄມ້​ບູ​ຊາອາ​ໄລ​ຫາ​ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ວັນ​ດົງ

(VOVWORLD) -ທ່ານອະດີດນາຍົກລັດຖະມົນຕີ ຟ້າມວັນດົງ ແມ່ນການນຳຜູ້ປີຊາສາມາດ, ນັກວັດທະນະທຳໃຫຍ່ຂອງປະເທດຊາດ ແລະ ແມ່ນນັກການທູດທີ່ດີເລີດຂອງພັກ, ລັດ ແລະ ການປະຕິວັດ ຫວຽດນາມ. 
ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ ຈູດ​​ທູບ​ໃຕ້​ທຽນ​ຖວາຍດອກ​ໄມ້​ບູ​ຊາອາ​ໄລ​ຫາ​ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ວັນ​ດົງ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຈູດທູບໃຕ້ທຽນຖວາຍດອກໄມ້ບູຊາອາໄລຫາອະດີດນາຍົກລັດຖະມົນຕີ ຟ້າມວັນດົງ (ພາບ: VGP)

ຕອນເຊົ້າວັນທີ 1 ມັງກອນ 2023, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໄປຈູດທູບໃຕ້ທຽນຖວາຍດອກໄມ້ບູຊາອາໄລຫາອະດີດນາຍົກລັດຖະມົນຕີ ຟ້າມວັນດົງ ຢູ່ເຂດອະນຸສອນສະຖານຂອງເພິ່ນຕັ້ງຢູ່ຕາແສງ ເຕິນດຶກ, ເມືອງ ໂມດຶກ, ແຂວງ ກວາງຫງາຍ. ທ່ານອະດີດນາຍົກລັດຖະມົນຕີ ຟ້າມວັນດົງ ແມ່ນການນຳຜູ້ປີຊາສາມາດ, ນັກວັດທະນະທຳໃຫຍ່ຂອງປະເທດຊາດ ແລະ ແມ່ນນັກການທູດທີ່ດີເລີດຂອງພັກ, ລັດ ແລະ ການປະຕິວັດ ຫວຽດນາມ. ໃນຕະຫຼອດຊີວິດຂອງອະດີດນາຍົກລັດຖະມົນຕີ ຟ້າມວັນດົງ ໄດ້ຕິດພັນກັບພາລະກິດ 75 ປີແຫ່ງວັນເຄື່ອນໄຫວປະຕິວັດ, 32 ປີ ເປັນນາຍົກລັດຖະມົນຕີ. ທ່ານໄດ້ຮັບຄວາມ ເຄົາລົບນັບຖືຈາກເພື່ອນມິດສາກົນ, ເປັນບຸກຄົນດີເລີດ ແລະ ມີຜົນສະທ້ອນຢ່າງໃຫຍ່ຫຼວງຢູ່ ຫວຽດນາມ ໃນສະຕະວັດທີ 20.

ຕອບກັບ

ຂ່າວ/ບົດ​ອື່ນ