ນາຍົກລັດຖະມົນຕີ ອົດສະຕາລີ ຢ້ຽມຢາມ ອາບການິສະຖານ

ນາຍົກລັດຖະມົນຕີ ອົດສະຕາລີ ຢ້ຽມຢາມ ອາບການິສະຖານ - ảnh 1
ທ່ານ​ນາງນາຍົກລັດຖະມົນຕີ ອົດ​ສະ​ຕາ​ລີ Julia Gillard ​
ຢ້ຽມຢາມ​ອາບ​ກາ​ນິສະຖານ(ພາບ: theage.com.au)


Vovworld- ວັນ​ທີ 14/10 ທ່ານ​ນາງນາຍົກລັດຖະມົນຕີ ອົດ​ສະ​ຕາ​ລີ Julia Gillard ​ໄດ້​​ເດີນທາງໄປຢ້ຽມຢາມ​ອາບ​ກາ​ນິສະຖານ ​ເພື່ອ​ປຶກສາ​ຫາລື​ກັບ​ປະທານາທິບໍດີ Hamid Kazai ກ່ຽວ​ກັບ​ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ, ພິ​ເສດ​ແມ່ນ​ບັນຫາ​ສະກັດ​ກັ້ນບັນດາ​ການ​ບຸກ​ໂຈມ​ຕີ​ທີ່​ແນ​ໃສ່​ກຳລັງ​ໜູນ​ຊ່ວຍປ້ອງ​ກັນ​ຄວາມ​ສະຫງົບ​ສາກົນ. ທີ່​ການ​ພົບ​ປະ​ກັບ ປະທານາທິບໍດີ Hamid Kazai ຢູ່ ກາ​ບູນ, ທ່ານ​ນາງນາຍົກລັດຖະມົນຕີ ອົດ​ສະ​ຕາ​ລີ Julia Gillard ​ໄດ້​ຢືນຢັນ​ຄືນ​ໃໝ່​ວ່າ ອົດ​ສະ​ຕາ​ລີ​ຈະ​ສືບ​ຕໍ່​ໜູນ​ຊ່ວຍ​ອາບ​ກາ​ນິສະຖານ​ໃນ​ຂົງ​ເຂດ​ສາທາລະນະ​ສຸກ, ການ​ສຶກສາ ​ແລະ ຝຶກ​ຊ້ອມ​ໃຫ້​ແກ່ ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ສາກົນຂອງ​ປະ​ເທດ​ນີ້ພາຍຫຼັງ​ທີ່ ກຳລັງ​ໜູນ​ຊ່ວຍປ້ອງ​ກັນ​ຄວາມ​ສະຫງົບ​ສາກົນຖອນ​ອອກ​ຈາກ​ປະ​ເທດ​ນີ້​ໃນ​ປີ 2014. ອົດ​ສະ​ຕາ​ລີ​ຈະ​ສິ້ນ​ສຸດ​ໜ້າ​ທີ່​ຝຶກ​ຊ້ອມ​ຢູ່​ອາບ​ກາ​ນິສະຖານ​ໃນ​ທ້າຍ​ປີ 2012 .

ຂ່າວ/ບົດ​ອື່ນ