ນາ​ຍົກ​ລັດ​ຖ​ະ​ມົນ​ຕີ ອອກໂທ​ລະ​ເລກ​ທາງ​ການ​ຊີ້​ນຳ​ກ​ານ​ຮັບ​ມື​ກັ​ບ​ພາ​ຍຸ Vamco

(VOVWORLD) - ວັນທີ 14 ພະຈິກ 2020, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເຊັນໂທລະເລກທາງການ, ໃຫ້ສຸມໃສ່ຊີ້ນຳການຮັບມືກັບພາຍຸ Vamco ຢ່າງຮີບດ່ວນ. 
ນາ​ຍົກ​ລັດ​ຖ​ະ​ມົນ​ຕີ ອອກໂທ​ລະ​ເລກ​ທາງ​ການ​ຊີ້​ນຳ​ກ​ານ​ຮັບ​ມື​ກັ​ບ​ພາ​ຍຸ Vamco - ảnh 1(ພາບປະກອບ: TTXVN) 

ໂທລະເລກທາງການສະບັບດັ່ງກ່າວ ຊີ້ແຈ້ງວ່າ  ພາຍຸ Vamco ແມ່ນພາຍຸແຮງທີ່ສຸດ, ພະຍາກອນວ່າຈະສົ່ງຜົນສະທ້ອນໂດຍກົງເຖິງເຂດແຄມທະລ ແລະ ເຂດດິນຕໍ່ແຜ່ນຢູ່ບັນດາແຂວງພາກເໜືອ ແລະ ຕອນກາງພາກກາງ ແຕ່ວັນທີ 14 ພະຈິກ ຫາວັນທີ 15 ພະຈິກ 2020.

        ທ່ານນາຍົກລັດຖະມົນຕີຫວຽດນາມ ໄດ້ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນທີ່ກ່ຽວຂ້ອງ ເພີ່ມທະວີກຳລັງ, ຍານພາຫະນະ, ອຸປະກອນ ເພື່ອກຽມພ້ອມຮັບມືກັບບັນດາກໍລະນີທີ່ອາດຈະເກີດຂຶ້ນ. ຕາມການພະຍາກອນແລ້ວ, ຮອດເວລາ 10 ໂມງຂອງວັນທີ 15 ພະຈິກ, ຈຸດໃຈກາງຂອງພາຍຸ Vamco   ແມ່ນຢູ່ຝັ່ງທະເລຈາກແຂວງຮ່າຕິງ ໄປຮອດແຂວງ ກວ໋າງງ໋າຍ, ກຳລັງແຮງລົມປະມານ 100 km ຕໍ່ຊົ່ວໂມງ. ນັບແຕ່ເວລາ 10 ໂມງຂອງວັນທີ 15 ພະຈິກ ຫາເວລາ 10 ໂມງຂອງວັນທີ 16 ພະຈິກ, ພາຍຸໄດ້ເຄື່ອນໄປຕາມທິດຕາເວັນຕົກຂອງພາກຕາເວັນຕົກສ່ຽງເໜືອ, ແຕ່ລະຊົ່ວໂມງເຄື່ອນໄດ້ດ້ວຍ 15 – 20 km, ພັດເຂົ້າບັນດາແຂວງຈາກ ຮ່າຕິງ ໄປຮອດ ກວ໋າງນາມ ແລະອ່ອນຕົວລົງກາຍເປັນຄວາມກົດດັນອາກາດຕ່ຳ, ຫຼັງຈາກນັ້ນ ສືບຕໍ່ອ່ອນຕົວລົງກາຍເປັນເຂດຄວາມກົດດັນອາກາດຕ່ຳ ຢູ່ເຂດ ລາວ - ໄທ.

ຕອບກັບ

ຂ່າວ/ບົດ​ອື່ນ