ນາຍົກລັດຖະມົນຕີ ອອກໂທລະເລກລັດຖະການ ຮຽກຮ້ອງແກ້ໄຂຜົນຮ້າຍຈາກພາຍຸ Damrey

(VOVWORLD) - ໂທລະເລກຊີ້ແຈ້ງວ່າ ພາຍຸ Damrey ໄດ້ກໍ່ຄວາມເສຍຫາຍອັນໃຫຍ່ຫຼວງຢູ່ບັນດາແຂວງ ທາງທິດໃຕ້ພາກກາງ ແລະ ໄຕງວຽນ, ພິເສດແມ່ນບັນດາແຂວງ ບີ່ງດິ້ງ, ຟູ໋ອຽນ, ແຄ໋ງຮ່ວາ. 
ນາຍົກລັດຖະມົນຕີ ອອກໂທລະເລກລັດຖະການ ຮຽກຮ້ອງແກ້ໄຂຜົນຮ້າຍຈາກພາຍຸ Damrey - ảnh 1 ພາບປະກອບ

ເພື່ອເປັນເຈົ້າການຮັບມືກັບສະພາບຝົນຕົກນ້ຳຖ້ວມ, ສະກັດກັ້ນຄວາມເສຍຫາຍ ແລະ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກພະຍຸ Damrey, ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນກັບຄືນສູ່ປົກກະຕິໂດຍໄວ, ນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ບັນດາທ້ອງຖິ່ນຢູ່ພາກກາງ ແລະ ໄຕງວຽນ ຕິດຕາມສະພາບຝົນຕົກນ້ຳຖ້ວມຢ່າງແໜ້ນແຟ້ນ, ຊີ້ນຳຜັນຂະຫຍາຍບັນດາມາດຕະການຮີບດ່ວນຮັບມືກັບຜົນຮ້າຍຢ້ອນຫຼັງຈາກພາຍຸ, ນ້ຳຖ້ວມ, ເຮັດໃຫ້ຊີວິດຂອງປະຊາຊົນກັບຄືນສູ່ສະພາບປົກກະຕິໂດຍໄວ, ຮັບປະກັນຄົມມະນາຄົມ, ການຕິດຕໍ່ພົວພັນ, ປ້ອງກັນ, ຕ້ານໂລກພະຍາດ, ຟື້ນຟູການຜະລິດ, ດຳເນີນທຸລະກິດ.

ຕອບກັບ

ຂ່າວ/ບົດ​ອື່ນ