ນາຍົກລັດຖະມົນຕີກຳປູເຈຍຕີລາຄາສູງບົດບາດຂອງສະມາຄົມມິດຕະພາບຫວຽດນາມ-ກຳປູເຈຍ

ນາຍົກລັດຖະມົນຕີກຳປູເຈຍຕີລາຄາສູງບົດບາດຂອງສະມາຄົມມິດຕະພາບຫວຽດນາມ-ກຳປູເຈຍ - ảnh 1
ທ່ານ​ນາຍ​ົກລັດຖະມົນຕີກຳປູ​ເຈຍ Hun Sen ​​ຕ້ອນຮັບ​ຄະນະ​ຜູ້​ແທນ​
ສູນ​ກາງ​ສະມາຄົມມິດຕະພາບ​ຫວຽດນາມ-​ກຳປູ​ເຈຍ
(ພາບ: Xuân Khu/Vietnam+)

(vovworld)- ຕອນ​ບ່າຍ​ວັນ​ທີ 9/7, ທ່ານ​ນາຍ​ົກລັດຖະມົນຕີກຳປູ​ເຈຍ Hun Sen ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ສູນ​ກາງ​ສະມາຄົມມິດຕະພາບ​ຫວຽດນາມ-​ກຳປູ​ເຈຍ ​ໂດຍ​ທ່ານຫວູ​ເວື​ອງວຽດ, ຮ​ອງປະທານ​ຜູ້ປະຈຳການສູນ​ກາງ​ສະມາຄົມ​ນຳ​ໜ້າ, ທີ່​ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ກຳປູ​ເຈຍ ​ໃນ​ລະຫວ່າງ​ວັນ​ທີ 8-12/7. ທີ່​ການ​ຕ້ອນຮັບ, ທ່ານ​ນາຍົກລັດຖະມົນຕີກຳປູ​ເຈຍ Hun Sen ​ໄດ້​ຊົມ​ເຊີຍ​ບັນດາ​ຜົນສຳ​ເລັດ​ໃນ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ລະຫວ່າງ ສະມາຄົມມິດຕະພາບ​ຫວຽດນາມ-​ກຳປູ​ເຈຍ ​ແລະ ກຳປູ​ເຈຍ-​ຫວຽດນາມ ​ໃນ​ໄລຍະ​ຜ່ານ​ມາ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ຍົກ​ສູງ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ ​ແລະ ນ້ຳ​ໃຈ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ປະຊາຊົນ 2 ປະ​ເທດ.

      ທ່ານ​ຮອງປະທານຜູ້​ປະຈຳ​ການສະມາຄົມ​ມິດຕະພາບຫວຽດນາມ-​ກຳປູ​ເຈຍ ຫວູ​ເວື​ອງວຽດ ຢືນຢັນ​ວ່າ: ສະມາຄົມ​ມິດຕະພາບ ຫວຽດນາມ-​ກຳປູ​ເຈຍ ຈະ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ​ເພື່ອ​ແນ​ໃສ່​ພັດທະນາ​ການ​ພົວພັນ​ລະຫວ່າງ​ປະຊາຊົນ 2 ປະ​ເທດ, ປະກອບສ່ວນ​ເພີ່ມ​ພູນ​ຄູນ​ສ້າງ​ນ້ຳ​ໃຈ​ມິດຕະພາບ​ອັນ​ດີງາມ​ລະຫວ່າງ 2 ປະ​ເທດຊາດ​​ໃຫ້ນັບ​ມື້​ນັບ​ໝັ້ນຄົງ.

        ​ແລະ​ກໍ​ໃນ​ວັນ​ດຽວ​ກັນ, ຄະນະ​ຜູ້​ແທນ​ສູນ​ກາງ​ສະມາຄົມມິດຕະພາບ​ຫວຽດນາມ-​ກຳປູ​ເຈຍ ​ໄດ້​ມີ​ການ​ເຈລະຈາ​ກັບ​ຄະນະ​ການ​ນຳ​ສະມາຄົມຕະພາບ​ກຳປູ​ເຈຍ-ຫວຽດນາມ​ ໂດຍ​ທ່ານ​ນາງ Men Som On, ຮອງ​​ນາຍົກລັດຖະມົນຕີກຳປູ​ເຈຍ, ປະທານ​ສະມາຄົມ​ນຳ​ໜ້າ ​ແລ​ະ ຄະນະ​ກໍ​ມີ​ການ​ເຮັດ​ວຽກ​ກັບ​ສະພາ​ພັດທະນາ​ກຳປູ​ເຈຍ (CDC).
ຂ່າວ/ບົດ​ອື່ນ